• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງສານະຄອນຫລວງຮ່າໂນ້ຍໃຫ້ຮັ່ງມີສວຍງາມ,ສີວິໄລ,ທັນສະໄຫມ

      ວັນທີ 10 ຕຸລາ ແມ່ນຄົບຮອບ 67 ປີແຫ່ງວັນປົດປ່ອຍນະຄອນຫລວງ ຮ່າໂນ້ຍ (10/10/1954-10/10/2021). 67 ປີຜ່ານມາ ຈາກຕົວເມືອງມີຂອບຂະຫນາດພົນລະເມືອງປະມານ 43,7 ໝື່ນຄົນ, ຖືກສົງຄາມທຳລາຍຢ່າງຫນັກຫນ່ວງ, ແຕ່ນະຄອນຫລວງຮ່າໂນ້ຍ ໄດ້ມານະພະຍາຍາມບື່ນຕົວຂຶ້ນນັບມື້ນັບເຕີບໃຫຍ່ເຂັ້ມແຂງພັດທະນາຢ່າງແຮງ.
ຮ່າໂນ້ຍ ມານະພະຍາຍາມບືນຕົວຂຶ້ນໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. (ພາບປະກອບ :tuoitrethudo.vn)
      ເນື່ອງໃນໂອກາດນີ້, ທ່ານ ດີງຕຽນຢູ໋ງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ມີບົດຂຽນດ້ວຍຫົວຂໍ້ “ກຳລັງຫນູນສ້າງສານະຄອນຫລວງ ຮ່າໂນ້ຍ ໃຫ້ນັບມື້ນັບຮັ່ງມີສວຍງາມ”.  ໃນບົດຂຽນ, ທ່ານດີງຕຽນຢູ໋ງ ເນັ້ນຫນັກວ່າ: ໄລຍະຈະມາເຖິງ, ນະຄອນ ຮ່າໂນ້ຍ ຈະມານະພະຍາຍາມຮັກສາໝາກຜົນການປ້ອງກັນຕ້ານໂລກລະບາດໃຫ້ໄດ້ຢ່າງໝັ້ນຄົງ ແລະ ສ້າງບາດກ້າວປັບຕົວໃຫ້ແທດເໝາະກັບສະພາບການຢ່າງມີຄວາມປອດໄພ, ໄຫວພິບ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນໃນເທື່ອລະກ້າວ.
      ເພື່ອຟື້ນຕົວ ແລະ ພັດທະນາເສດຖະກິດ ສັງຄົມ, ນັບແຕ່ນີ້ຮອດທ້າຍປີ, ນະຄອນ ຈະເອົາໃຈໃສ່ 3 ເນື້ອໃນສຳຄັນ: ສຸມໃສ່ແຫລ່ງກຳລັງ, ຍູ້ໄວລະດັບການປ່ອຍເງິນລົງທຶນກໍ່ສ້າງພື້ນຖານໂຄງລ່າງ;  ວຽກງານບໍລິຫານ; ປະຕິບັດລາຍຮັບ - ລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ, ຖືກທິດ, ຍູ້ແຮງການປະຕິຮູບດ້ານບໍລິຫານ, ເພີ່ມທະວີການໂອ້ລົມສົນທະນາ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດ. ທ່ານເລຂາຄະນະພັກ ນະຄອນ ຮ່າໂນ້ຍ ຢືນຢັນ: ຄາດໝາຍ, ຫນ້າທີ່ວາງອອກແມ່ນຫນັກຫນ່ວງທີ່ສຸດ, ຮ່າໂນ້ຍ ຈະມານະພະຍາຍາມກໍ່ສ້າງອົງຄະນະພັກ ແລະ ລະບົບການເມຶອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ຍູ້ແຮງການປ່ຽນໃຫມ່ປະດິດຄິດສ້າງ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສ້າງສານະຄອນຫລວງໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລ, ທັນສະໄຫມ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top