• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງສັນລະບົບນິເວດນິຕິກຳທັນສະໄໝ, ເພື່ອປະຊາຄົມ ອາຊຽນ ເຂັ້ມແຂງດ້ວຍຕົນເອງ, ປະດິດຄິດສ້າງ ແລະ ວັດທະນາຖາວອນ

ພາຍຫຼັງເຮັດວຽກເປັນເວລາເກືອບ 2 ວັນ, ວັນທີ 19 ສິງຫາ, ຢູ່ ຮ່າໂນ້ຍ, ເວທີປາໄສກົດໝາຍ ອາຊຽນ 2026 ດ້ວຍຫົວຂໍ້ “ນຳໃຊ້ປັນຍາປະດິດ (AI) ເຂົ້າໃນການສ້າງກົດໝາຍ ແລະ ຈັດການປະຕິບັດກົດໝາຍໃນສັງກາດດີຈີຕອນ” ບັນລຸຜົນສຳເລັດຢ່າງຈົບງາມ.
  ທີ່ເວທີປາໄສກົດໝາຍ ອາຊຽນ 2026 (ພາບ: VNA)  
ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປິດ, ທ່ານ ຫງວຽນ​ແທັງ​ຕິ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງຍ​ຸ​ຕິ​ທຳ ຫວຽດ​ນາມ ຢືນ​ຢັນ​ວ່າ, ເວ​ທີ​ປາ​ໄສ​ກົດ​ໝາຍ ອາ​ຊຽນ 2026 ໄດ້​ປະ​ກອບ​ສ່ວນ​ເຮ​ັດ​ໃຫ້ການ​ຮ່ວມ​ມື​ຂອງ ອາ​ຊຽນ ໃນ​ຂົງ​ເຂດ​ກົດ​ໝາຍ ແລະ ຕຸ​ລາ​ການ​ເລິກ​ເຊິ່ງ​ຂຶ້ນ​ຕ​ື່ມ, ພ້ອມ​ກັນ​ນັ້ນ ເປີດ​ບັນ​ດາ​ທິດ​ເຂົ້າ​ເຖິງ​ໃໝ່​ສຳ​ລັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ຊຸກ​ຍູ້​ນະ​ວັດ​ຕະ​ກຳ​ໃນ​ການ​ສ້າງ ແລະ ຈັດ​ຕັ້ງ​ການ​ປະ​ຕິ​ບັດ​ກົດ​ໝາຍ. ທ່ານ​ສະ​ແດງ​ຄວາມ​ຫວັງ​ວ່າ, ເວ​ທີ​ປາ​ໄສ​ນີ້​ຈະ​ແມ່ນ​ປະ​ຖົມ​ປັດ​ໃຈ​ໃຫ້​ແກ່​ເຄືອ​ຂ່າຍ​ກາ​ນ​ຮ່ວມ​ມື​ດ້ານ​ກົດ​ໝາຍ​ດີ​ຈີ​ຕອນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ບັນ​ດາ​ຂໍ້​ລິ​ເລີມ​ທີ່​ເວ​ທີ​ປາ​ໄສ​ຕ້ອງ​ຫັນ​ເປັນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື, ການ​ກະ​ທຳ​ລະ​ອຽດ​ຢູ່​ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top