• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງຕັ້ງບໍລິສັດຮ່ວມທຸລະກິດພັດທະນາ ທ່າກ່ຳປັ່ນ ຫວູງອ໊າງ ລາວ - ຫວຽດນາມ

      ບໍລິສັດການຄ້ານ້ຳມັນອາຍແກັດ ລາວ (Petro Trade) ຫາກໍປະກາດພາກສ່ວນສະພາບໍລິຫານ ບໍລິສັດພັດທະນາທ່າກ່ຳປັ່ນ ຫວູງອ໊າງ ລາວ - ຫວຽດນາມ (VDS).

ທ່າກ່ຳປັ່ນ ຫວູງອ໊າງ, ມຸ່ງໄປເຖິງການຮັບເອົາກ່ຳປັ່ນ ທີ່ບັນຈຸສິນຄ້າໄດ້ແຕ່ 5.000 – 100.000 ໂຕນ (ພາບ: baohatinh.vn)
      ພິທີປະກາດຖືກດຳເນີນໃນວັນທີ 25 ທັນວາ ໂດຍມີການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການເງິນ ລາວ ບຸນເຫຼືອ ສິນໄຊວໍລະວົງ. ບໍລິສັດ VDS ລາວ ແມ່ນ ບໍລິສັດຮ່ວມທຸລະກິດລະຫວ່າງ ລັດຖະບານ ລາວ ແລະ ບໍລິສັດ Petro Trade. ກະຊວງການເງິນ ລາວ ຖືຫຸ້ນສ່ວນດ້ວຍທຶນຂອງລັດ ແມ່ນ 51%, ໄລຍະເຄື່ອນໄຫວແມ່ນ 50 ປີ ແລະ ສາມາດຕໍ່ເວລາຕາມການຕົກລົງລະຫວ່າງສອງຝ່າຍ. ການສ້າງຕັ້ງບໍລິສັດຮ່ວມທຸລະກິດນີ້ ແມ່ນເພື່ອແນໃສ່ປະຕິບັດຍຸດທະສາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ເປີດກວ້າງທ່າກ່ຳປັ່ນ ຫວູງອ້າງ ເລກ 1, ເລກ 2 ແລະ ເລກ 3 ຕາມຂໍ້ຕົກລົງທີ່ ລັດຖະບານ ລາວ - ຫວຽດນາມ ໄດ້ລົງນາມ, ເພີ່ມທະວີກຳລັງຄວາມສາມາດໃນການສົ່ງຕໍ່ສິນຄ້າຢູ່ທ່າກ່ຳປັ່ນ ຫວູງອ໊າງ, ມຸ່ງໄປເຖິງການຮັບເອົາກ່ຳປັ່ນມາທຽບທ່າ ທີ່ບັນຈຸສິນຄ້າໄດ້ແຕ່ 5.000 – 100.000 ໂຕນ ແລະ ສະໜອງການບໍລິການໃຫ້ແກ່ຕູ້ container ແຕ່ 50.000 – 1.200.000 ຕູ້ ດ້ວຍປະລິມານສິນຄ້າທີ່ມີນໍ້າຫນັກແຕ່ 3 ລ້ານໂຕນຂຶ້ນເຖິງ 20 ລ້ານໂຕນ ໃນປີ 2030.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top