ກອງປະຊຸມສຳມະນາ “ສ້າງຄຸນຄ່າຜະລິດຕະພັນຈາກມາດຕະຖານຄຸນນະພາບຕະຫຼອດຮອດຄວາມເຊື່ອໝັ້ນຂອງ ຜູ້ບໍລິໂພກ” ຈະໄດ້ດຳເນີນໃນຕອນບ່າຍວັນທີ 31 ສິງຫາ ຕາມຮູບການທາງໄກ ໃນ ໂປແກຼມ Zoom. ແຂກຖືກເຊີນມີທ່ານນາງ ຫວູທິມິງງອກ - ຮອງຫົວໜ້າກົມໃຫຍ່ - ກົມຄຸ້ມຄອງການຕະຫຼາດ, ທ່ານ ຫວູວັນຈຸງ - ສະມາຄົມປົກປ້ອງຜູ້ບໍລິໂພກ ຫວຽດນາມ, ທ່ານນາງ ຫງວຽນທິເວິນ ຫົວໜ້າຫ້ອງວ່າການດຳເນີນທຸລະກິດ ສູນດຳເນີນທຸລະກິດ ຕະຫຼາດໃຫຍ່ທາງທິດໃຕ້, ຜູ້ຕາງໜ້າບັນດາຫົວໜ່ວຍຜະລິດຕ່າງໆ.
ໂຄງການນອນໃນບັນດາກອງປະຊຸມສຳມະນາກ່ຽວກັບລະບົບການສະໜອງສະບຽງອາຫານ ທີ່ປອດໄພ - ໂພສະນະການ - ຍືນຍົງ ໃນຕົວເມືອງໂດຍ Rikolto ສົມທົບກັບ WISE ຈັດຕັ້ງເພື່ອແນໃສ່ເປົ້າໝາຍປົວແປງລັກສະນະແບບຍືນຍົງ ຂອງລະບົບສະບຽງອາຫານເວົ້າລວມ ແລະ ຂອງລະບົບມູນຄ່າເວົ້າສະເພາະ.ບັນດາການປຶກສາຫາລືທີ່ກອງປະຊຸມສຳມະນາໄດ້ສຸມໃສ່ເຂົ້າໃນ ບັນດາບັນຫາໃນລະບົບຜະລິດສະບຽງອາຫານໃນປັດຈຸບັນ ຈາກມຸມມອງຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ, ບັນດາໃບຢັ້ງຢືນສະບຽງອາຫານໂດຍທົ່ວໄປ, ບົດບາດຂອງບັນດາໜ່ວຍງານຕີລາຄາມາດຕະຖານ ແລະ ບັນດາອົງການຄຸ້ມຄອງຄຸນນະພາບ, ສິ່ງທ້າທາຍຂອງ ບັນດາຜູ້ຜະລິດໃນການນຳໃຊ້ ແລະ ປະຕິບັດຕາມບັນດາຂໍ້ກຳນົດຄຸນນະພາບ, ບັນດາວິທີການແກ້ໄຂເພື່ອຍົກສູງຄຸນນະພາບຂອງຜະລິດຕະພັນ, ປັບປຸງລະບົບຄຸ້ມຄອງຄຸນນະພາບ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ, ພ້ອມກັບບົດບາດຂອງບັນດາຝ່າຍທີ່ກ່ຽວຂ້ອງ.
(ແຫຼ່ງຄັດຈາກ VOV)