
ບັນດາສະມາຊິກສະພາແຫ່ງຊາດທີ່ຫໍປະຊຸມ
ວັນທີ 7 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ ຮັບຟັງການລາຍງານໃບສະເໜີ ແລະ ກວດກາຄືນກ່ຽວກັບຮ່າງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ສະບັບປັບປຸງ); ໃບສະເໜີ ແລະ ປຶກສາຫາລືກ່ຽວກັບການຄາດຄະເນໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2019.
ເມື່ອສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ສະບັບປັບປຸງ), ທ່ານ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍຕຳຫຼວດປະຊາຊົນປີ 2014 ໂດຍສະພາແຫ່ງຊາດຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 13 ແລະ ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2015. ປະຕິບັດຂໍ້ກຳນົດຂອງກົດໝາຍສະບັບນີ້, ການຈັດຕັ້ງ, ການເຄື່ອນໄຫວຂອງຕຳຫຼວດປະຊາຊົນໄດ້ກ້າວເຂົ້າສູ່ຄວາມເປັນປົກກະຕິເທື່ອລະກ້າວ ແລະ ປະຕິບັດບັນດາພາລະໜ້າທີ່, ໜ້າທີ່, ສິດອຳນາດໂດຍກົດໝາຍກຳນົດຢ່າງມີປະສິດທິຜົນ, ເປັນແກ່ນສານໃນພາລະກິດປົກປ້ອງຄວາມສະຫງົບແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ… ທ່ານ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ເນັ້ນໜັກວ່າ:
“ໃນໄລຍະຜ່ານມາ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ, ປະມວນກົດໝາຍຫຼາຍສະບັບ ມີບັນດາຂໍ້ກຳນົດກ່ຽວຂ້ອງເຖິງພາລະໜ້າທີ່, ສິດອຳນາດ ຂອງຕຳຫຼວດປະຊາຊົນ ຮຽກຮ້ອງຕ້ອງປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍຕຳຫຼວດປະຊາຊົນປີ 2014 ຮັບປະກັນຄວາມຄົບຊຸດ, ຄວາມເປັນເອກະພາບຂອງລະບົບກົດໝາຍຂອງລັດ.”
ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍວ່າດ້ວຍການລ້ຽງສັດ ແລະ ຮ່າງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ສະບັບປັບປຸງ).
ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການລ້ຽງສັດ, ບັນດາ ສສຊ ເຫັນດີເປັນເອກະພາບຕໍ່ຄວາມຈຳເປັນຂອງການປະກາດໃຊ້ກົດໝາຍວ່າດ້ວຍການລ້ຽງສັດໂດຍພື້ນຖານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງ, ການພັດທະນາແບບຍືນຍົງຂອງຂະແໜງລ້ຽງສັດ ຕາມທິດຜະລິດທັນສະໄໝ, ເປັນລະບົບ, ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ ແລະ ປົກປັກຮັກສາສິ່ງແວດລ້ອມແມ່ນມີຄວາມຈຳເປັນທີ່ສຸດ.
(ແຫຼ່ງຄັດຈາກ VOV)