• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ້າງກອງທັບໝັ້ນຄົງເຂັ້ມແຂງດ້ານການເມືອງ,ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ

      ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງ ສະເໜີວ່າ: ປີ 2018 ແມ່ນປີມີຄວາມໝາຍສຳຄັນພິເສດ - ປີບານພັບສືບຕໍ່ຜັນຂະຫຍາຍ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມກອງປະຊຸມ
      ວັນທີ 26 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມການເມືອງການທະຫານທົ່ວກອງທັບ, ຕີລາຄາໝາກຜົນການຊີ້ນຳ, ນຳພາປະຕິບັດໜ້າທີ່ການທະຫານ, ປ້ອງກັນປະເທດປີ 2017 ແລະ ຜັນຂະຫຍາຍໜ້າທີ່ການທະຫານ, ປ້ອງກັນປະເທດປີ 2018. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງ ສະເໜີວ່າ: ປີ 2018 ແມ່ນປີມີຄວາມໝາຍສຳຄັນພິເສດ - ປີບານພັບສືບຕໍ່ຜັນຂະຫຍາຍ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄະນະພັກການທະຫານຄັ້ງທີ 10. ດັ່ງນັ້ນ, ທົ່ວກອງທັບຕ້ອງມານະພະຍາຍາມກ່ວາອີກ, ສືບຕໍ່ສູ້ຊົນເພື່ອປະຕິບັດບັນດາໜ້າທີ່, ຄາດໝາຍໄດ້ວາງອອກ; ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໃຫ້ເປັນຢ່າງດີ.
        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ: ກອງທັບຕ້ອງສືບຕໍ່ຮັກສາບົດບາດແກ່ນສານໃນການສ້າງພື້ນຖານປ້ອງກັນປະເທດທົ່ວປວງຊົນ, ທ່າຮົບປ້ອງກັນປະເທດທົ່ວປວງຊົນ ຕິດພັນກັບທ່າຮົບຄວາມໝັ້ນຄົງປະຊາຊົນໜັກແໜ້ນ; ເພີ່ມທະວີກຳລັງຄວາມສາມາດປ້ອງກັນປະເທດຂອງປະເທດຊາດ; ຮັບປະກັນຢ່າງໜັກແໜ້ນຕາມທິດ: ໝັ້ນຄົງດ້ານການເມືອງ, ຮັ່ງມີດ້ານເສດຖະກິດ, ເຂັ້ມແຂງດ້ານປ້ອງກັນປະເທດ, ຄວາມໝັ້ນຄົງ. ທ່ານເລຂາທິການໃຫຍ່ ຕັກເຕືອນວ່າ ຕ້ອງສຸມໃສ່ກໍ່ສ້າງກອງທັບໝັ້ນຄົງເຂັ້ມແຂງກ່ຽວກັບການເມືອງ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ.
 (ແຫຼ່ງຄັດຈາກ VOV)

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ສະຫາຍເລຂາທິການໃຫຍ່ ໂຕເລິມ ອອກເດີນທາງຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ

ການຢ້ຽມຢາມຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຫາກໍໄດ້ຈັດຕັ້ງຂຶ້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

Top