• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍົກອອກຖະແຫຼງການແຕກຕ່າງກັນເນື່ອງໃນໂອກາດສະເຫຼີມສະຫຼອງ 1 ປີກອງປະຊຸມສຸດຍອດປະຫວັດສາດ

      ວັນທີ 27 ເມສາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຍົກອອກຖະແຫຼງການທີ່ແຕກຕ່າງກັນເນື່ອງໃນໂອກາດສະເຫຼີມສະຫຼອງ 1 ປີແຫ່ງວັນກອງປະຊຸມສຸດຍອດປະຫວັດສາດຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ຢູ່ບ້ານຢຸດຮົບ ປານມູນຈອມ.

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ແລະ ການນຳ ສປປ.ເກົາຫຼີ Kim Jong-un ພາບ:  AFP/TTXVN
      ສ.ເກົາຫຼີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງດັ່ງກ່າວຢູ່ບ້ານຢຸດຮົບ ປານມູນຈອມ ເບື້ອງດິນແດນຂອງປະເທດນີ້, ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ ແລະ ປະຊາຊົນປະມານ 500 ຄົນ. ເຖິງຢ່າງໃດກໍ່ຕາມ, ທັງທ່ານ Moon Jae-in ແລະ ທ່ານ Kim Jong-un ບໍ່ເຂົ້າຮ່ວມເຫດການດັ່ງກ່າວ.
        ໃນສານສະບັບໜຶ່ງແຕ່ງດ້ວຍເທບວີດີໂອທີ່ໄດ້ສົ່ງເຖິງພິທີສະເຫຼີມສະຫຼອງ, ທ່ານປະທານາທິບໍດີ Moon Jae-in ໄດ້ສະແດງຄວາມປະເອີບໃຈກ່ຽວກັບ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະບັນລຸໄດ້ "ສັນຕິພາບທີ່ບໍ່ສາມາດຕ່າວປີນໄດ້" ແລະ ພ້ອມກັນມີວັດທະນາຖາວອນບົນພື້ນຖານຂໍ້ຕົກລົງສຸດຍອດກັບການນຳ ສປປ.ເກົາຫຼີ Kim Jong-un ກ່ອນນີ້ໜຶ່ງປີ.
        ໃນຂະນະນັ້ນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຖະແຫຼງການຂອງຄະນະກຳມະການຟື້ນຟູເອກະພາບສັນຕິພາບຄືນໃໝ່ຂອງ ສປປ.ເກົາຫຼີ, ຮັບຜິດຊອບສະເພາະການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ກະຕຸກຊຸກຍູ້ ສ.ເກົາຫຼີ ຜັນຂະຫຍາຍ “ບັນດາມາດຕະການຕັ້ງໜ້າກ່ວາ” ແນໃສ່ປັບປຸງການພົວພັນ 2 ຝ່າຍ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top