• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ເນັ້ນໜັກເຖິງຄວາມສຳຄັນຂອງ ອາຊຽນໃນນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່

      ວັນທີ 12 ພະຈິກ, ທ່ານ Moon Jea-in ປະທານາທໍດີ ສ.ເກົາຫຼີ ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມຂັ້ນສູງສອງຄັ້ງຈະມາເຖິງລະຫວ່າງ ປະເທດນີ້ ແລະ ບັນດາປະເທດພາກພື້ນຕາເວັນອອກສ່ຽງໃຕ້ ໃນນະໂບບາຍມຸ່ງໄປເຖິງທາງທິດໃຕ້ໃໝ່ຂອງທ່ານ Moon Jea-in.

ລົດໄຟສັນຕິພາບ ອາຊຽນ - ສ.ເກົາຫຼີ (ພາບ: TTXVN) 
      ທີ່ກອງປະຊຸມຄະນະລັດຖະບານທີ່ໄດ້ຈັດຕັ້ງຢູ່ Busan, ການນຳ ສ.ເກົາຫຼີ ໃຫ້ຮູ້ວ່າກອງປະຊຸມຂັ້ນສູງພິເສດ ອາຊຽນ - ສ.ເກົາຫຼີ ຄາດວ່າຈະດຳເນີນໃນລະຫວ່າງວັນທີ 25 – 26 ພະຈິກ ແມ່ນກອງປະຊຸມຂັ້ນສູງຫຼາຍຝ່າຍໃຫຍ່ທີ່ສຸດທີ່ໄດ້ຈັດຕັ້ງຢູ່ປະເທດອາຊີຕາເວັນອອກສ່ຽງເໜືອນີ້ໃນອາຍຸການຂອງທ່ານ Moon Jea-in . ທ່ານ Moon Jea-in ຖືວ່ານີ້ຈະແມ່ນເຫດການການຕ່າງປະເທດທີ່ຍິ່ງໃຫຍ່ເພື່ອຄວາມວັດທະນາຖາວອນຂອງ ສ.ເກົາຫຼີ ແລະ ອາຊຽນ.
            ພ້ອມກັບກອງປະຊຸມຂັ້ນສູງພິເສດອາຊຽນ - ສ.ເກົາຫຼີ, ກອງປະຊຸມຂັ້ນສູງ ແມ່ນ້ຳຂອງ (ລວມມີ 5 ປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ) ແລະ ສ.ເກົາຫຼີຈະໄດ້ຈັດຕັ້ງໃນວັນທີ 27 ພະຈິກ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top