• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ສະໜອງທຶນການສຶກສາ “ກໍ່ສ້າງຜູ້ເກັ່ງກ້າສາມາດ ອາຊຽນ” ຈໍານວນ 90 ທຶນ

      ລັດຖະບານ ສ.ເກົາຫຼີ ຈະສະຫງວນ 90 ທຶນ ສຶກສາກໍ່ສ້າງລະດັບປະລິນຍາເອກໃຫ້ແກ່ຜູ້ສະໝັກທີ່ມາຈາກບັນດາປະເທດ ອາຊຽນ. 

ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ອາຊຽນ Lim Sungnam (ພາບ: TTXVN)
      ວັນທີ 22 ກໍລະກົດ, ຄະນະຜູ້ຕາງໜ້າ ສ.ເກົາຫຼີ ປະຈໍາ ອາຊຽນ ໄດ້ສົມທົບກັບຄະນະເລຂາ ອາຊຽນ ແລະ ສະພາການສຶກສາມະຫາວິທະຍາໄລ ສ.ເກົາຫຼີ (KCUE) ໄດ້ປະກາດໂຄງການທຶນສຶກສາ “ກໍ່ສ້າງຜູ້ເກັ່ງກ້າສາມາດ ອາຊຽນ” (HEAT). ໂຄງການ HEAT ມີງົບປະມານທັງໝົດ 8,3 ລ້ານ USD ໂດຍກອງທຶນຮ່ວມມື ອາຊຽນ - ສ.ເກົາຫຼີ (AKCF) ໜູນຊ່ວຍ ເຊິ່ງສະຫງວນໃຫ້ແກ່ໂຄງການ ແລະ ລາຍການຕ່າງໆ ເພື່ອແນໃສ່ເພີ່ມທະວີການພົວພັນ ລະຫວ່າງ ສ.ເກົາຫຼີ - ອາຊຽນ ແລະ ປະກອບສ່ວນເຂົ້າໃນວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ.
            ໃນຂອບເຂດຂອງໂຄງການດັ່ງກ່າວ, ລັດຖະບານ ສ.ເກົາຫຼີ ຈະສະຫງວນ 90 ທຶນ ສຶກສາກໍ່ສ້າງລະດັບປະລິນຍາເອກໃຫ້ແກ່ຜູ້ສະໝັກທີ່ມາຈາກບັນດາປະເທດ ອາຊຽນ ທີ່ຮຽນຢູ່ມະຫາວິທະຍາໄລ 6 ແຫ່ງທີ່ມີຊື່ສຽງຂອງ ສ.ເກົາຫຼີ ໃນໄລຍະ 5 ປີ. ຄາດວ່າ, ຜູ້ສະໝັກ 11 ຄົນທີ່ໄດ້ຮັບການຄັດເລືອກນັກຮຽນບັ້ນທໍາອິດນີ້ ຈະເລີ່ມເຂົ້າຮຽນນັບແຕ່ເດືອນ ກັນຍາ 2020 ເປັນຕົ້ນໄປ. 
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top