
ຜູ່້ແທນເຂົ້າຮ່ວມກອງປະຊຸມ
ພາບ:qdnd
ໃນຂອບເຂດກອງປະຊຸມ, ຜູ້ຕາງຫນ້າແຂວງ ເຊກອງ ໄດ້ແນະນຳໃຫ້ບັນດາວິສາຫະກິດຫວຽດນາມ ຮັບຊາບກ່ຽວກັບແຜນນະໂຍບາຍ, ນະໂຍບາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະບັນດາຂົງເຂດ, ບັນຊີລາຍຊື່ໂຄງການດຶງດູດການລົງທຶນເຂົ້າແຂວງ ເຊກອງຄື: ຂະແຫນງທ່ອງທ່ຽວ, ຂຸດຄົ້ນຊັບພະຍາກອນໂລຫະ, ລົງທຶນກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ອຸດສາຫະກຳ ແລະ ການຄ້າ, ລົງທຶນໂຄງການກໍ່ສ້າງໂຮງງານຜະລິດຫົວອາຫານສັດລ້ຽງ, ສ້າງຕັ້ງໂຮງງານປຸງແຕ່ງໄມ້ໃຜ່, ໄມ້ເຮ້ຍ. ການນຳແຂວງ ເຊກອງ ໃຫ້ຄຳໝັ້ນສັນຍາວ່າ ຍາມໃດກໍ່ຈະຮ່ວມເດີນທາງ ແລະ ສ້າງຄວາມສະດວກດີສຸດໃຫ້ນັກລົງທຶນ, ວິສາຫະກິດກ່ຽວຂ້ອງມາເຮັດລະບຽບການລົງທຶນ, ລະບຽບການອື່ນໆ.
(ແຫຼ່ງຄັດຈາກ VOV)