
ພາບປະກອບ: Congthuong.vn
ນີ້ແມ່ນແຜນການຂຶ້ນກັບໂຄງການຮ່ວມມືລະຫວ່າງ ກົມສົ່ງເສີມການຄ້າ ແລະ ຫ້ອງການການຄ້າຫວຽດນາມ ປະຈຳ ອາເມລິກາ ກັບສະຫະສະມາຄົມບັນດາຫົວໜ່ວຍຈຳໜ່າຍ ແລະ ຂາຍຍ່ອຍເກີບ ອາເມລິກາ (FDRA).
ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາ ແງ່ຫວັງໃນໄລຍະຈະມາເຖິງ ກໍ່ຄືວິທີການຮັບມືໃນສະພາບການໃໝ່, ແນະນຳການກຳນົດທິດນະໂຍບາຍໃຫ້ແກ່ຝ່າຍຫວຽດນາມເພື່ອແນໃສ່ພັດທະນາຂະແໜງເກີບ ແລະ ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນການຄ້າໃນຂົງເຂດເກີບກັບຕະຫຼາດອາເມລິກາ, ສ້າງໂອກາດການແນະນຳ, ເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ - ອາເມລິກາໃນຂົງເຂດເກີບ.ຜ່ານກອງປະຊຸມພົວພັນແລກປ່ຽນການຄ້ານີ້, ວິສາຫະກິດ ຫວຽດນາມ ແລະ ບັນດານັກນຳເຂົ້າຂອງອາເມລິກາຈະຊອກຮູ້ຄວາມຕ້ອງການ, ກຳລັງຄວາມສາມາດຂອງກັນຢ່າງຈະແຈ້ງກ່ວາອີກ, ກ້າວໄປເຖິງຂໍ້ຕົກລົງບັນດາໂອກາດຮ່ວມມືສົ່ງເສີມການຄ້າເພື່ອຜົນປະໂຫຍດຂອງວິສາຫະກິດທັງສອງຝ່າຍ, ປະກອບສ່ວນເຂົ້າໃນການໜູນຊ່ວຍວິສາຫະກິດຜ່ານຜ່າໂລກລະບາດຢ່າງປອດໄພ, ກະກຽມກຳລັງຮັບມືກັບບັນດາການຜັນແປດ້ານການຄ້າຢ່າງໄວ, ປະກອບສ່ວນປັບປຸງການພົວພັນການຄ້າທີ່ໄດ້ຮັບການກໍ່ສ້າງບົນພື້ນຖານໝັ້ນຄົງລະຫ່ວາງ ສອງປະເທດ ຫວຽດນາມ - ອາເມລິກາ.
(ແຫຼ່ງຄັດຈາກ VOV)