• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສົມທົບກັນຍົກສູງປະສິດທິຜົນວຽກງານປ້ອງກັນ,ຕ້ານອາດຊະຍາກຳຄ້າຂາຍມະນຸດ

ຄະ​ນະ​ຜ​ູ້​ແທນ 2 ຝ່າຍ
(ພາບ: thanhnien.vn)
      ວັນ​ທີ 18/04, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ປະ​ຈຳ​ປີ​ສົມ​ທົບ​ກັນ​ປະ​ຕິ​ບັດ​ສັນ​ຍາ 2 ຝ່າຍ​ຫວຽດ​ນາມ - ຈີນ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຄ້າ​ຂາຍ​ມະ​ນຸດ. ພົນ​ຈັດ​ຕະ​ວາ ຫງວຽນ​ຟອງ​ຮ່​ວາ, ຮອງ​ຫົວ​ໜ້າກົມ​ໃຫຍ່​ກົມ​ຕຳ​ຫຼວດ, ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ແລະ ທ່ານ ເຈີນ​ຊື​ຈຸ໋, ຮອງ​ຫົວ​ໜ້າ​ກົມ​ສືບ​ສວນ​ຄະ​ດີ​ອາ​ຍາ, ກະ​ຊວງ​ຕ​ຳ​ຫຼ​ວດຈີນ ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ປຶກ​ສາ​ຫາ​ລື ແລະ ເປັນ​ເອ​ກະ​ພາບ​ເນື້ອ​ໃນ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ບຸ​ລິ​ມະ​ສິດ​ໃນ​ການ​ປະ​ຕິ​ບັດ​ສັນ​ຍາ​ປີ 2017; ປຶ​ກ​ສາ​ຫາ​ລື​ມາ​ດ​ຕະ​ຖານ ແລະ ຂໍ້​ກຳ​ນົດ​ມາດ​ຖານ​ໃນ​ບັນ​ດາ​ການ​ສົມ​ທົບ​ກັນຢັ້ງ​ຢືນ, ກຳ​ນົດ, ມອບ​​ສົ່ງ​ຕົວຜູ້​ຖືກ​ເຄາະ​ຮ້າຍ​ໃນ​ກາ​ນ​ຄ້າ​ຂາຍ​ມະ​ນຸດ​ລະ​ຫວ່າງ​ຫວຽດ​ນາມ - ຈີນ. ໃນ​ປີ 2017, 2 ປະ​ເທດ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານຢ​ູ່​ທຸກ​ຂັ້ນ, ແຈ້ງ​ສະ​ພາບ​ການ, ໜູນ​ຊ່ວຍ​ການ​ສືບ​ສວນ, ສົ່ງ​​ຕົວ​ເລກ​ສ​ະ​ຖິ​ຕິ​ອາດ​ຊະ​ຍາ​ກຳ, ​ແບບວີ​ທີ​ເຄື່ອນ​ໄຫວ​ຂອງ​ອາດ​ຊະ​ຍາ​ກຳ​ປະ​ເພດນີ້ ເພື່ອ​ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top