• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້ຊົນໃນປີ 2021 ມີວັກຊິນກັນໂຄວິດ - 19 ຢ່າງໜ້ອຍສຸດ 1 ຊະນິດໄດ້ຮັບການຜະລິດພາຍໃນປະເທດປະສົບຜົນສຳເລັດ

      ທ່ານກໍ່ສະເໜີໃຫ້ບັນດາສະມາຊິກຂອງກຸ່ມປະຕິບັດງານພິເສດ ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມຮັບຜິດຊອດໃນວຽກງານນີ້ຢູ່ລະດັບສູງທີ່ສຸດ.
ວັກຊິນ Covivac ໂດຍ ຫວຽດນາມ ຄົ້ນຄ້ວາ ແລະ ຜະລິດ (ພາບ: TTXVN)
      ທີ່ກອງປະຊຸມທາງອອນລາຍຂອງກຸ່ມປະຕິບັດງານພິເສດກ່ຽວກັບການຄົ້ນຄວ້າທົດລອງສັກວັກຊິນຕໍ່ຄົນ, ພັດທະນາວັກຊິນກັນໂຄວິດ - 19 ທີ່ໄດ້ຮັບການຈັດຕັ້ງໃນວັນທີ 17 ກໍລະກົດ, ທ່ານສາດສະດາຈານ, ປ.ອ ເຈິ່ນວັນທວນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເນັ້ນໜັກວ່າ: ສູ້ຊົນໃນປີ 2021 ມີວັກຊິນກັນໂຄວິດ - 19 ຢ່າງໜ້ອຍສຸດ 1 ຊະນິດ ທີ່ໄດ້ຜະລິດພາຍໃນປະເທດປະສົບຜົນສຳເລັດ.
ຕາມທ່ານ ເຈິ່ນວັນທວນ ແລ້ວ, ນາຍົກລັດຖະມົນຕີ ໄດ້ເຊີນນັກຊ່ຽວຊານ WHO ມາໜູນຊ່ວຍຫວຽດນາມ ກ່ຽວກັບການຄົ້ນຄ້ວາ, ຜະລິດວັກຊິນ ເພື່ອເຮັດແນວໃດ ຫວຽດນາມ ຈະຜະລິດໄດ້ວັກຊິນພາຍໃນປະເທດ ໂດຍໄວ ເພື່ອແນໃສ່ ຮັບປະກັນຄວາມເປັນເຈົ້າການກ່ຽວກັບວັກຊິນ ໃຫ້ແກ່ຄວາມຕ້ອງການຂອງປະຊາຊົນ.
ທ່ານກໍ່ສະເໜີໃຫ້ບັນດາສະມາຊິກຂອງກຸ່ມປະຕິບັດງານພິເສດ ເສີມຂະຫຍາຍກຳລັງຄວາມສາມາດ, ຄວາມຮັບຜິດຊອດໃນວຽກງານນີ້ຢູ່ລະດັບສູງທີ່ສຸດ. ກຸ່ມປະຕິບັດງານພິເສດດ້ວຍເປົ້າໝາຍໜູນຊ່ວຍດີທີ່ສຸດໃຫ້ແກ່ບັນດານັກຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ - 19 ພາຍໃນປະເທດດ້ວຍທິດນຳທີ່ວ່າເປັນເຈົ້າການທີ່ສຸດ, ຂະຫຍັນຂັນເຄື່ອນ, ບັນດາໜ່ວຍງານຕ້ອງການຫຍັງ, ນັກຊ່ຽວຊານຂອງອົງການປະຕິບັດງານພິເສດຈະໜູນຊ່ວຍວຽກງານນັ້ນ.
ແລະກໍ່ຕາມຂໍ້ມູນຈາກກະຊວງສາທາລະນະສຸກແລ້ວ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ແຈກຢາຍວັກຊິນກັນໂຄວິດ - 19 ກ່ວາ 8 ລ້ານ 800 ພັນໂດສ ແລະ ໄລ່ຮອດວັນທີ 16 ກໍລະກົດ ໄດ້ສັກວັກຊິນໃຫ້ແກ່ ປະຊາຊົນເກືອບ 4 ລ້ານ 3 ແສນໂດສ. ຕາມແຜນການແລ້ວ, ໃນເດືອນກໍລະກົດນີ້ ຈະມີວັກຊິນປະມານ 9 ລ້ານໂດສ ມາຫວຽດນາມ ແລະ ທ້າຍໄຕມາດທີ 3 ປີນີ້ຈະມີ ວັກຊິນປະມານ 30 ລ້ານໂດສ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top