• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູ້ຊົນນຳບານເຕະຫວຽດນາມ ລອດເຂົ້າ top 10 ປະເທດອາຊີ

      ວັນທີ 08 ທັນວາ, ກອງປະຊຸມໃຫຍ່ສະຫະພັນບານເຕະຫວຽດນາມ ຊຸດທີ 8, ອາຍຸການ 2018 – 2022 ໄດ້ດຳເນີນຢູ່ຮ່າໂນ້ຍ. ທີ່ກອງປະຊຸມໃຫຍ່, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເລແຄ໊ງຫາຍ ໄດ້ຮັບການເລືອກຕັ້ງເປັນປະທານສະຫະພັນບານເຕະຫວຽດນາມ ຊຸດທີ 8, ອາຍຸການ 2018 – 2022.

ກອງປະຊຸມໃຫຍ່ສະຫະພັນບານເຕະຫວຽດນາມ ຊຸດທີ 8
(ພາບ: TTXVN)
      ໃນອາຍຸການຈະມາເຖິງ, ສະຫະພັນບານເຕະຫວຽດນາມ ຈະສືບຕໍ່ຍົກສູງຄຸນນະພາບບັນດາການແຂ່ງຂັນຕາມທິດ ປັບປຸງລະບົບແຂ່ງຂັນບານເຕະ; ຈັດຕັ້ງການຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່ຕາມຍຸດທະສາດພັດທະນາບານເຕະຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030. ຮອດປີ 2020 ດ້ວຍເປົ້າໝາຍນຳກິລາບານເຕະຂອງຫວຽດນາມ ໃຫ້ພັດທະນາ, ຮອດປີ 2030 ຈະນອນໃນ top 10 ປະເທດມີພື້ນຖານບານເຕະພັດທະນາແຖວໜ້າຢູ່ເຂດອາຊີ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top