• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເປີດຕົວ ແຜນທີ່ບັນດາສະຖານທີ່ສັກວັກຊິນກັນໂຄວິດ - 19 ໃນທົ່ວປະເທດ

      ສູນກາງຄະນະຊາວໜຸ່ມ ໄດ້ສ້າງ ແລະ ເປີດຕົວແຜນທີ່ບັນດາສະຖານທີ່ສັກວັກຊິນກັນໂຄວິດ - 19 ໃນທົ່ວປະເທດ ຢູ່ ເວັບໄຊ: bandotiemchung.doanthanhnien.vn. ນີ້ແມ່ນເຄື່ອງມືທີ່ຊ່ວຍໃຫ້ປະຊາຊົນຊອກຫາ ແລະ ຄັດເລືອກໄດ້ສະຖານທີ່ສັກວັກຊິນທີ່ເໝາະສົມ.
ພາບປະກອບ: tienphong.vn
      ໃນແຜນທີ່, ປະຊາຊົນສາມາດຊອກຫາບັນດາສະຖານທີ່ສັກວັກຊິນທີ່ໃກ້ກັບບ່ອນຢູ່ຂອງຕົນໄດ້ຢ່າງງ່າຍດາຍ. ແຜນທີ່ຍັງສະຖິຕິບັນດາສະຖານທີ່ທີ່ມີຄົນຫຼາຍ, ມີຄົນໜ້ອຍ ເພື່ອຊ່ວຍໃຫ້ປະຊາຊົນຄັດເລືອກສະຖານທີ່ສັກວັກຊິນທີ່ເໝາະສົມ.
ເພື່ອໜູນຊ່ວຍໃຫ້ແກ່ຍຸດທະສາດສັກວັກຊິນກັນໂຄວິດ - 19 ໃນທົ່ວປະເທດ, ຄະນະເລຂາສູນການຄະນະຊາວໜຸ່ມ ໄດ້ປະກາດໃຊ້ ແຜນການ “ຈັດຕັ້ງການໜູນຊ່ວຍຍຸດທະສາດສັກວັກຊິນກັນໂຄວິດ - 19 ປີ 2021 - 2022”.
      ມາຮອດປັດຈຸບັນ, ຄະນະຊາວໜຸ່ມທຸກຂັ້ນໃນທົ່ວປະເທດ ໄດ້ສ້າງຕັ້ງກ່ວາ 4.700 ກຸ່ມໄປເຜີຍແຜ່ໂຄສະນາ, ຂົນຂວາຍປະຊາຊົນ ຕິດຕັ້ງ ແລະ ນຳໃຊ້ “ປຶ້ມຄູ່ມືສຸຂະພາບເອເລັກໂຕນິກ” ເພື່ອຄຸ້ມຄອງການເຄື່ອນໄຫວສັກວັກຊິນສ່ວນຕົວ, ມີກ່ວາ 2.200 ກຸ່ມໜູນຊ່ວຍການສັກວັກຊິນກັນໂຄວິດ - 19. ວຽກງານລະດົມແຫຼ່ງກຳລັງໜູນຊ່ວຍໃຫ້ແກ່ຍຸດທະສາດພວມໄດ້ບັນດາຫົວໜ່ວຍເປັນເຈົ້າການໃນການຜັນຂະຫຍາຍຢ່າງມີປະສິດທິຜົນດ້ວຍຍອດມຸນຄ່າຫຼາຍກ່ວາ 23 ຕື້ດົ່ງ, ໃນນັ້ນມີບັນດາອຸປະກອນການແພດ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top