• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອໃຫ້ກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ຂອງລັດໃຫ້ພັດທະນາ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນຄຸ້ມຄອງທຶນຂອງລັດ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງລັດ, ຕ້ອງປ່ຽນແປງໃໝ່ການເຄື່ອນໄຫວ
  (ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ກ່າວຄຳເຫັນທີ່ກອງປະຊຸມ)  

ຕອນເຊົ້າວັນທີ 18 ມີນາ, ຢູ່ສຳນັກງານລັດຖະບານ, ໄດ້ຈັດກອງປະຊຸມລະຫວ່າງນາຍົກລັດຖະມົນຕີກັບຄະນະກຳມະການຄຸ້ມຄອງທຶນແຫ່ງລັດຢູ່ວິສາຫະກິດ ແລະ 19 ກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ແຫ່ງລັດຂຶ້ນກັບຄະນະກຳມະການຄຸ້ມຄອງທຶນຂອງລັດຢູ່ວິສາຫະກິດ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນຄຸ້ມຄອງທຶນຂອງລັດ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງລັດ, ຕ້ອງປ່ຽນແປງໃໝ່ການເຄື່ອນໄຫວ, ປະຕິບັດໜ້າທີ່ເປັນແກ່ນສານ, ນຳພາໃຫ້ເປັນຢ່າງດີ ສ້າງການແຜ່ຂະຫຍາຍໃນການພັດທະນາປະເທດຊາດ. ພ້ອມທັງຍູ້ແຮງບົດບາດເປັນເສນທິການ, ປະກອບສ່ວນສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ດຶງດູດແຫຼ່ງທຶນ, ຊຸກຍູ້ການເຕີບໂຕ, ການລົງທຶນ, ການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ… ພິເສດ, ເພື່ອເສີມຂະຫຍາຍແຫຼ່ງກຳລັງທີ່ໃຫຍ່ຫຼວງຂອງວິສາຫະກິດທີ່ຂຶ້ນກັບຄະນະກຳມະການຄຸ້ມຄອງທຶນຂອງລັດຢູ່ວິສາຫະກິດ 19 ແຫ່ງ, ທ່ານນາຍົກລັດຖະມົນຕີສະເໜີເພີ່ມທະວີຄວາມຮັບຮູ້ກ່ຽວກັບໜ້າທີ່, ບົດບາດຂອງຜູ້ນຳໜ້າວິສາຫະກິດ ກ່ຽວກັບການຍູ້ແຮງການລົງທຶນ ຕິດພັນກັບການພັດທະນາຂະແໜງ, ຂົງເຂດເສດຖະກິດ - ເຕັກນິກຂອງກຸ່ມບໍລິສັດ, ບໍລິສັດໃຫຍ່.

(ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top