• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສຸມໃສ່ກໍ່ສ້າງຕຳຫຼວດທະເລຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ທັນສະໄໝ

ຕອນເຊົ້າວັນທີ 30 ມັງກອນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ອວຍພອນພະນັກງານ, ນັກຮົບກຳລັງຕຳຫຼວດທະເລຫວຽດນາມ ຢູ່ກອງບັນຊາການຕຳຫຼວດທະເລເຂດ 3.

(ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຮັດວຽກຢູ່ກອງບັນຊາການຕຳຫຼວດທະເລເຂດ 3)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ, ພັກ, ລັດ ເອົາໃຈໃສ່ເປັນພິເສດ, ລົງທຶນໃຫ້ແກ່ກຳລັງຕຳຫຼວດທະເລ. ທ່ານປະທານປະເທດສະເໜີໃຫ້ ກອງບັນຊາການຕຳຫຼວດທະເລເຂດ 3 ສຸມໃສ່ກໍ່ສ້າງຕຳຫຼວດທະເລຫວຽດນາມ ປະຕິວັດ, ເປັນກຳລັງຫຼວງ, ມີຄຸນນະພາບສັງລວມ, ມີກຳລັງຕໍ່ສູ້ສູງ, ກາຍເປັນກຳລັງຫຼັກແຫຼ່ງໃນການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ເກາະ, ໄຫ່ຼທະວີບ, ປົກປ້ອງສິດຜົນປະໂຫຍດແຫ່ງຊາດ ແລະ ຜົນປະໂຫຍດດ້ານເສດຖະກິດບົນທະເລດ້ວຍກົດໝາຍ. ທ່ານປະທານປະເທດ ເຈີ່ນດ້າຍກວາງ, ກ່າວວ່າ.

        “ຂ້າພະເຈົ້າສະເໜີໃຫ້ກຳລັງຕຳຫຼວດທະເລ ຕ້ອງຕັ້ງໜ້າສົມທົບກັບບັນດາກຳລັງກອງທັບເຮືອ, ທະຫານຊາຍແດນ, ບັນດາກຳລັງທີ່ມີໜ້າທີ່ອື່ນໆ ປະຕິບັດໜ້າທີ່ບົນທະເລ, ເຂດແຄມທະເລ ເພື່ອຈັດຕັ້ງວຽກງານລາດຕະເວນ, ຄວບຄຸມຄົ້ນພົບ ແລະ ແກ້ໄຂບັນດາການລະເມີດກົດໝາຍຢູ່ເຂດນ່ານນ້ຳ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ ຢ່າງທັນການ. ໃນນັ້ນມີທັງກໍລະນີກ່ຳປັ່ນຂອງຕ່າງປະເທດລະເມີດເຂດນ່ານນ້ຳທະເລຂອງຫວຽດນາມ ເພື່ອໃຫ້ພວກເຮົາມີບັນດາວິທີການແກ້ໄຂຢ່າງທັນການ”.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປຢ້ຽມຢາມ, ເຮັດວຽກ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການກອງພົນໃຫຍ່ທະຫານເຂດ 4 - ແມ່ທັບ ກິວລອງ ວິລະຊົນ, ຢູ່ແຂວງບິ່ງເຢືອງ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top