• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວ​ນຊົນ ມາ​ເລ​ເຊຍ ໃຫ້​ຂ່າວ ແລະ ​ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Ismail Sabri bin Yaakob

ມີໜັງສືພິມໃຫຍ່ຫຼາຍສະບັບຂອງ ມາເລເຊຍ ໄດ້ໃຫ້ຂ່າວ ແລະ ບົດຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຂອງ ປະເທດນີ້ Ismail Sabri bin Yaakob, ໂດຍຢັ້ງຢືນວ່າ ການຢ້ຽມຢາມ ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.

ມີໜັງສືພິມໃຫຍ່ຫຼາຍສະບັບຂອງ ມາເລເຊຍ ໄດ້ໃຫ້ຂ່າວ ແລະ ບົດຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີຂອງ ປະເທດນີ້ Ismail Sabri bin Yaakob, ໂດຍຢັ້ງຢືນວ່າ ການຢ້ຽມຢາມ ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຫຼາຍຂົງເຂດ.


ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Ismail Sabri bin Yaakob

ບົດຂຽນຕ່າງໆທີ່ໄດ້ເອົາລົງໃນໜັງສືພິມ News Straits Times ແລະ The Star ໄດ້ເນັ້ນໜັກວ່າ ທ່ານນາຍົກລັດຖະມົນຕີ Ismail Sabri bin Yaakob ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ຈາກຄູ່ຕຳແໜ່ງ ແລະ ການນຳ ຫວຽດນາມ, ອັນໄດ້ສ່ອງແສງໃຫ້ເຫັນສາຍພົວພັນມິດຕະພາບ, ທີ່ເປັນມູນເຊື້ອລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ອາຊີຕາເວັນອອກສ່ຽງໃຕ້; ຢັ້ງຢືນການຢ້ຽມຢາມຈະຊ່ວຍເພີ່ມທະວີການພົວພັນສອງຝ່າຍໃນຫຼາຍຂົງເຂດ.

        ສຳນັກຂ່າວສານ BERNAMA ພ້ອມດ້ວຍໜັງສືພິມໃຫຍ່ອື່ນໆຂອງ ມາເລເຊຍ ກໍໄດ້ຄັດສະເໜີຖະແຫຼງການຂອງທ່ານນາຍົກລັດຖະມົນຕີ Ismail Sabri bin Yaakob, ເຊິ່ງໃນນັ້ນ ທ່ານໄດ້ຕີລາຄາສູງການຕ້ອນຮັບທີ່ອົບອຸ່ນຂອງການນຳຂັ້ນສູງ ແລະ ປະຊາຊົນ ຫວຽດນາມ ທີ່ສະຫງວນໃຫ້ແກ່ທ່ານ ແລະ ຄະນະຜູ້ແທນຂັ້ນສູງ ມາເລເຊຍ, ພ້ອມທັງເນັ້ນໜັກວ່າ ການຢ້ຽມຢາມຄັ້ງທຳອິດຂອງຕົນຢູ່ປະເທດບ້ານໃກ້ເຮືອນຄຽງນີ້ ຈະປະກອບສ່ວນເພີ່ມທະວີການພົວພັນໃນຫຼາຍດ້ານລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top