• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ ສະ​ວິດ​ລົງ​ຂ່າວ​ເປັນ​ຈຳ​ນວນຫຼວງຫຼາຍ​ກ່ຽວ​ກັບ​ເລື່ອງ ຫວຽດ​ນາມ - ສະ​ວິດ ​ຍົກ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ພາຍຫຼັງຂ່າວກ່ຽວກັບເລື່ອງ ຫວຽດນາມ ແລະ ສະວິດເປັນເອກະພາບຕໍ່ຫຼັກການຍົກການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໄດ້ປະກາດ, ວັນທີ 22 ມັງກອນ, ສື່ມວນຊົນສະວິດ ໃນລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການນີ້.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂອ້ລົມສົນທະນາກັບທ່ານປະທານາທິບໍດີ ສະວິດ Karin Keller Sutter (ພາບ: TTXVN)

ພາຍຫຼັງຂ່າວກ່ຽວກັບເລື່ອງ ຫວຽດນາມ ແລະ ສະວິດເປັນເອກະພາບຕໍ່ຫຼັກການຍົກການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໄດ້ປະກາດ, ວັນທີ 22 ມັງກອນ, ສື່ມວນຊົນສະວິດ ໃນລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການນີ້.

ເວັບໄຊ Nau.ch ໄດ້ຄັດສະເໜີບົດຂຽນຂອງສຳນັກຂ່າວສານ Keystone SDA ທີ່ມີຫົວຂໍ້ວ່າ “ສະວິດ ແລະ ຫວຽດນາມ ຢາກເພີ່ມທະວີການໂອ້ລົມສົນທະນາ”. ຕາມບົດຂຽນແລ້ວ, ຜູ້ຕາງໜ້າຂອງກະຊວງການຕ່າງປະເທດສອງປະເທດໄດ້ເຊັນຖະແຫຼງການເຈດຈຳນົງຈັດການໂອ້ລົມສົນທະນາເປັນປະຈຳທີ່ການພົບປະເນື່ອງໃນໂອກາດກອງປະຊຸມປະຈຳປີຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ Davos. ໃນການພົບປະລະຫວ່າງ ທ່ານປະທານາທິບໍດີ ສະວິດ Karin Keller Sutter ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ບົດບັນທຶກຊ່ວຍຈຳວ່າດ້ວຍຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດໄດ້ຮັບການລົງນາມ.

ໃນຂະນະນັ້ນ, ໜັງສືພິມລາຍວັນ Blick ເຊິ່ງອອກຂ່າວຢູ່ເຂດເວົ້າພາສາເຢຍລະມັນຂອງ ສະວິດ ໄດ້ລົງຂ່າວກ່ຽວກັບການພົວພັນຫວຽດນາມ - ສະວິດວ່າ ການພົວພັນສອງປະເທດໃນໄລຍະຜ່ານມາບັນລຸໄດ້ບາດກ້າວພັດທະນາທີ່ຕັ້ງໜ້າ ໃນຫຼາຍຂົງເຂດ, ເປັນຕົ້ນແມ່ນການເມືອງ - ການຕ່າງປະເທດ, ການຄ້າ - ການລົງທຶນ, ການຮ່ວມມືພັດທະນາ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ ບຳລຸງສ້າງ…

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top