• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ ອີ​ຕາ​ລີ ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ ຫວຽດ​ນາມ​ ໃນ ​ອາ​ຊຽນ

ວັນທີ 2 ພະຈິກ, Marx21-ສື່ເອເລກໂຕນິກຂອງ ອີຕາລີ ໄດ້ລົງບົດຂຽນຂອງທ່ານ Giulio Chinappi ດ້ວຍຫົວຂໍ້ “ຫວຽດນາມ ສວນບົດບາດໃຈກາງໃນກອງປະຊຸມຂັ້ນສູງຄັ້ງທີ 38 ແລະ 39 ຂອງ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສຽງໃຕ້ (ASEAN)”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 39 ແບບທາງໄກ

ເລີ່ມຕົ້ນບົດຂຽນ, ທ່ານ Chinappi ໄດ້ຍົກໃຫ້ເຫັນໂດຍສັງເຂບສະພາບການດຳເນີນ ບັນດາກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 38 ແລະ 39, ກອງປະຊຸມຂັ້ນສູງ ອາຊຽນ+3 ຄັ້ງທີ 24, ກອງປະຊຸມຂັ້ນສູງ ອາຊຽນ - ອາເມລີກາ ຄັ້ງທີ 9. ຈາກນັ້ນ, ບົດຂຽນໄດ້ໃຫ້ຂໍ້ສັງເກດ ບັນດາກອງປະຊຸມດັ່ງກ່າວໄດ້ສຸມໃສ່ແກ້ໄຂບັນຫາຕ່າງໆ ທີ່ມີຄວາມສຳຄັນຕໍ່ສາກົນຄືທິດທາງຊຸກຍູ້ການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ 4 ປະເທດຄູ່ຮ່ວມມືແຖວໜ້າ ນອກພາກພື້ນ ແລະ ສະພາບການຢູ່ມຽນມາ.

ບົດຂຽນໄດ້ຄັດສະເໜີຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ກອງປະຊຸມ, ໃນນັ້ນໄດ້ເນັ້ນໜັກ 2 ຂໍ້ສະເໜີທີ່ສຳຄັນຂອງ ຫວຽດນາມ ກ່ຽວກັບບັນດາໜ້າທີ່ໃຈກາງທີ່ ອາຊຽນ ຕ້ອງປະຕິບັດໃນໄລຍະທີ່ຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຢັ້ງຢືນວ່າ ບັນດາປະເທດ ອາຊຽນ ມີຄວາມປາດຖະໜາຢາກກໍ່ສ້າງສະພາບແວດລ້ອມໃນພາກພື້ນໃຫ້ມີຄວາມສັນຕິພາບ, ໝັ້ນຄົງ, ມີສະຖຽນລະພາບ ແລະ ຮ່ວມມື ເພື່ອສຸມໃສ່ຕ້ານໂລກລະບາດ, ຟື້ນຟູ ແລະ ພັດທະນາເສດຖະກິດ; ພ້ອມກັນນັ້ນກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນສະໜັບສະໜູນຄວາມສາມັກຄີ ແລະ ບັນດາຄຸນຄ່າຫຼັກແຫຼ່ງຂອງອາຊຽນໃນ 54 ປີທີ່ຜ່ານມາ, ດ້ວຍຄວາມຮັບຜິດຊອບ ແລະ ເນື້ອໃນຈິດໃຈສ້າງສັນຂອງບັນດາປະເທດສະມາຊິກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top