• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ໂອ​ຕາ​ລິດ: ໃນ​ປີນີ້ AstraZeneca ຈະ​ມີ​ວັກ​ຊິນ​ກັນ​ເຊື້ອ​ໄວ​ຣັດປ​່ຽນ​ພັນຈາກ SARS – CoV – 2

ທ່ານນາງ Sarah Walters, ຜູ້ອຳນວຍການສາຂາ AstraZeneca ປະຈຳ ໂອຕາລິດ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ບັນດາບົດຄົ້ນຄ້ວາໄດ້ສະແດງໃຫ້ເຫັນວ່າ ວັນຊິນໃນປັດຈຸບັນຂອງ AstraZeneca ມີປະສິທິຜົນບໍ່ຫຼາຍປານໃດໃນການປ້ອງກັນ, ສະກັດກັ້ນ ເຊື້ອໄວຣັດ ປ່ຽນພັນດັ່ງກ່າວ.
ວັກຊິນກັນໂຄວິດ - 19 ຂອງບໍລິສັດ AstraZeneca (ພາບ: TTXVN)

ທ້າຍປີນີ້, AstraZeneca ຈະມີວັກຊິນກັນໂຄວິດ - 19 ຊະນິດປັບປຸງໃໝ່ທີ່ຕ້ານເຊື້ອໄວຣັດປ່ຽນພັນຈາກ SARS – CoV – 2 ທີ່ເກີດຂຶ້ນຢູ່ ອາບຟຼິກກາໃຕ້. ນີ້ແມ່ນຄຳຢັ້ງຢືນຂອງເຈົ້າໜ້າທີ່ບໍລິສັດການຢາ AstraZeneca ໃນການຕອບສຳພາດຕໍ່ນັກຂ່າວຂອງ ສື່ມວນຊົນໂອຕາລິດໃນວັນທີ 18 ເມສາ.

ທ່ານນາງ Sarah Walters, ຜູ້ອຳນວຍການສາຂາ AstraZeneca ປະຈຳ ໂອຕາລິດ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ບັນດາບົດຄົ້ນຄ້ວາໄດ້ສະແດງໃຫ້ເຫັນວ່າ ວັນຊິນໃນປັດຈຸບັນຂອງ AstraZeneca ມີປະສິທິຜົນບໍ່ຫຼາຍປານໃດໃນການປ້ອງກັນ, ສະກັດກັ້ນ ເຊື້ອໄວຣັດ ປ່ຽນພັນດັ່ງກ່າວ. ຕາມທ່ານນາງ Walters, ປັດຈຸບັນ AstraZeneca ແລະ ມະຫາວິທະຍາໄລ Oxford ໄດ້ເລີ່ມວິວັດການຫັນປ່ຽນວັນຊິນ ແນໃສ່ຕ້ານ ເຊື້ອໄວຣັດປ່ຽນພັນຈາກ SARS – CoV – 2 ຢູ່ອາບຟຼິກກາໃຕ້ ແລະ ຖ້າມີຄວາມຈຳເປັນ, ສອງຝ່າຍອາດຈະມີວັກຊິນໃນທ້າຍປີນີ້.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top