• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນລາວ​ ສັນລະເສີນ​ໄຊ​ຊະ​ນະ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ 1945 ຂອງ ຫວຽດນາມ, ວັນທີ 19 ສິງຫາ, ສື່ມວນຊົນລາວ ໄດ້ມີຫຼາຍບົດຂຽນກ່ຽວກັບເຫດການນີ້ ກໍ່ຄືບັນດາຜົນສຳເລັດຂອງ ຫວຽດນາມ ພາຍຫຼັງໄລຍະເກືອບ 40 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ.
ສື່ມວນຊົນລາວ ສັນລະເສີນໄຊຊະນະການປະຕິວັດເດືອນສິງຫາ

ໃນໜັງສືພິມ ປະຊາຊົນ (ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດ) ຂອງ ລາວ ໄດ້ລົງບົດຂຽນ ທີ່ມີຫົວຂໍ້ “ຜົນສຳເລັດຂອງການປະຕິວັດເດືອນສິງຫາ ແມ່ນກຳລັງໜູນເພື່ອພາລະກິດແຫ່ງການສ້າງສາປະເທດຊາດ”. ບົດຂຽນໄດ້ຢັ້ງຢືນວ່າ ໄຊຊະນະຂອງການປະຕິວັດເດືອນສິງຫາ 1945 ໄດ້ນຳຊາດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດເອກະລາດຊົນຊາດຕິດພັນກັບສັງຄົມນິຍົມ. ຜ່ານໄລຍະ 80 ປີມານີ້, ຫວຽດນາມ ບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ.

ພາຍຫຼັງໄລຍະເກືອບ 40 ປີແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ສືບທອດມູນເຊື້ອ ແລະ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ຫວຽດນາມ ພວມສືບຕໍ່ຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ປະກອບສ່ວນນຳລະດັບການເຕີບໂຕເສດຖະກິດເພີ່ມຂຶ້ນສູງ ແລະ ເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ຮັກສາເອກະລາດ, ອະທິປະໄຕ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

Top