• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ອົດສະຕາລີ: ຫວຽດນາມ ພວມແມ່ນໜຶ່ງໃນບັນດາປະເທດນຳໜ້າໃນໂລກ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19

ອົດສະຕາລີ ພວມມີການພົວພັນໃກ້ຊິດສະໜິດສະໜົມກັບຫວຽດນາມ, ສະນັ້ນ ຖ້າໄດ້ເຫັນຊາວອົດສະຕາລີ ມາຢ້ຽມຢາມຫວຽດນາມ ນັ້ນແມ່ນສັນຍານທີ່ດີ.

(ພາບປະກອບ: moh.gov.vn)

ວັນທີ 17 ພຶດສະພາ, ຊ່ອງໂທລະພາບ Seven News (7 News) ຂອງອົດສະຕາລີ ໄດ້ສຳພາດທ່ານ Matt Young, ຜູ້ທີ່ພວມເຮັດວຽກຢູ່ຫ້ອງການການຄ້າອົດສະຕາລີ ປະຈຳນະຄອນໂຮ່ຈີມິນ, ກ່ຽວກັບຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານ Matt Young ໃຫ້ຮູ້ວ່າ, ໃນສະພາບທັງຫວຽດນາມ ແລະ ອົດສະຕາລີ ພວມຄວບຄຸມໂລກລະບາດໂຄວິດ- 19 ໄດ້ເປັນຢ່າງດີນັ້ນ, ວິສາຫະກິດອົດສະຕາລີ ປາດຖະໜາຢາກໃຫ້ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດຂອງອົດສະຕາລີ ເປີດປະຕູຊາຍແດນເພື່ອຊຸກຍູ້ການແລກປ່ຽນການຄ້າ 2 ຝ່າຍ. ທ່ານ Matt Young ກ່າວວ່າ.

        “ຂ້າພະເຈົ້າປາດຖະໜາວ່າ, ຫວຽດນາມ ຈະແມ່ນໜຶ່ງໃນບັນດາປະເທດທຳອິດເຊິ່ງອົດສະຕາລີ ຊັ່ງຊາເປີດປະຕູຊາຍແດນ. ພວກຂ້າພະເຈົ້າປາດຖະໜາຈະໄດ້ຕ້ອນຮັບພວກເພື່ອນຊາວ ອົດສະຕາລີ ຢູ່ຫວຽດນາມ ແລະ ກົງກັນຂ້າມ. ປະຈຸບັນ, ອົດສະຕາລີ ພວມມີການພົວພັນໃກ້ຊິດສະໜິດສະໜົມກັບຫວຽດນາມ, ສະນັ້ນ ຖ້າໄດ້ເຫັນຊາວອົດສະຕາລີ ມາຢ້ຽມຢາມຫວຽດນາມ ນັ້ນແມ່ນສັນຍານທີ່ດີ, ແຕ່ແນ່ນອນວ່າຕ້ອງຮັບປະກັນຄວາມປອດໄພ”.

(ແຫຼ່ງຄັດຈາກ VOV)


ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top