• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ສາກົນ ຕີລາຄາສູງການກະທຳທີ່ວ່ອງໄວ ແລະ ກະຈ່າງແຈ້ງຂອງ ຫວຽດນາມ ໃນການສະກັດກັ້ນໂລກລະບາດ Covid-19

ທ່ານ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ກໍ່ຕີລາຄາສູງ “ຄວາມເປັນເຈົ້າການໃນການແກ້ໄຂ ແລະ ຢຶດໝັ້ນໃນຕະຫລອດວິວັດການຮັບມືກັບໂລກລະບາດ” ຂອງລັດຖະບານ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟູກ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19. ພາບ: TTXVN

ສື່ມວນຊົນຕ່າງປະເທດໄດ້ມີບົດຂຽນຫລາຍບົດທີ່ສ່ອງແສງລະອຽດ ແລະ ຕີລາຄາສູງບັນດາມາດຕະການຂອງລັດຖະບານ ຫວຽດນາມ ໃນການຄວບຄຸມ, ສະກັດກັ້ນການແຜ່ລະບາດຂອງໄວຣັດ SARS-CoV-2. ເວັບໄຊ Asia Times ໄດ້ຄັດສະເໜີບົດວິເຄາະຂອງນັກຂ່າວ David Hutts, ໃນນັ້ນໃຫ້ຂໍ້ສັງເກດວ່າ “ພັກກອມມູນິດ ຫວຽດນາມ ໄດ້ຮັບການຊົມເຊີຍ” ຢູ່ທັງພາຍໃນປະເທດ ແລະ ຕ່າງປະເທດ ເມື່ອມີບັນດາລັດຖະນະໂຍບາຍທີ່ວ່ອງໄວ, ມີປະສິດທິຜົນ ແລະ ກະຈ່າງແຈ້ງ ເພື່ອຄວບຄຸມ, ສະກັດກັ້ນໂລກລະບາດ Covid-19. ບັນດາມາດຕະການທີ່ຂ້ຽວຂາດຂອງ ຫວຽດນາມ ໄດ້ຮັບການປະຕິບັດດ້ວຍຄວາມຕັດສິນໃຈຢ່າງສູງ ແລະ ຄວາມຮ່ວມແຮງຮ່ວມໃຈຂອງປະຊາຊົນໃນທົ່ວປະເທດ. ທ່ານ Kidong Park ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ກໍ່ຕີລາຄາສູງ “ຄວາມເປັນເຈົ້າການໃນການແກ້ໄຂ ແລະ ຢຶດໝັ້ນໃນຕະຫລອດວິວັດການຮັບມືກັບໂລກລະບາດ” ຂອງລັດຖະບານ ຫວຽດນາມ.

        ໃນຂະນະນັ້ນ, ສຳນັກຂ່າວສານ Bloomberg ມີຄວາມສົນໃຈເຖິງມາດຕະການຂອງ ຫວຽດນາມ ໃນການເປີດກ້ວາງເນື້ອທີ່ແຍກຕົວ ເພື່ອຮັບໃຊ້ວຽກງານແຍກຕົວຊາວ ຫວຽດນາມ ທີ່ກັບເມືອ ຈາກບັນດາປະເທດອື່ນ.

        ສື່ມວນຊົນຕ່າງປະເທດກໍ່ໃຫ້ຂ່າວກ່ຽວກັບທ່ານ Gareth Ward ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ ທີ່ໄດ້ສົ່ງຄຳຂອບໃຈເຖິງບັນດາແພດໝໍ ແລະ ລັດຖະບານ ຫວຽດນາມ ເຊິ່ງໄດ້ຊ່ວຍພົນລະເມືອງ ອັງກິດ ເມື່ອມາ ຫວຽດນາມ ເຊິ່ງກວດພົບໂລກພະຍາດ Covid-19.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top