• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນ ລາວ ຕີລາຄາສູງບົດຮຽນຂອງ ຫວຽດນາມ ໃນການພັດທະນາເສດຖະກິດ

ເລື່ອງບັນດານັກລົງທຶນໃນຂົງເຂດການຜະລິດ, ພິເສດແມ່ນບັນດາໂຮງງານຜະລິດບັນດາອຸປະກອນເອເລັກໂຕນິກຂອງ ອາເມລິກາ, ເອີລົບ ແລະ ບາງປະເທດອື່ນໆຢູ່ ອາຊີ ເປີດກ້ວາງການເຄື່ອນໄຫວຢູ່ ຫວຽດນາມ.
  ການຜະລິດໃນບໍລິສັດຂອງ VinFats (ພາບ:TTXVN)  

ສື່ເອເລັກໂຕນິກ www.laophattananews.com ຂອງສະມາຄົມນັກຂ່າວລາວ ຫາກໍ່ລົງບົດຂຽນ ດ້ວຍຫົວຂໍ້“ບົດຮຽນຈາກ ຫວຽດນາມ: ເສດຖະກິດເຕີບໂຕດີໃນສະພາບການໂລກຊຸດໂຊມ”.  

ບົດຂຽນໄດ້ເນັ້ນໜັກວ່າ ຫວຽດນາມ ຮັບຮູ້ເສດຖະກິດມີການເຕີບໂຕດີໃນສະພາບການໂລກຕ້ອງປະເຊີນໜ້າກັບການຊຸດໂຊມຂອງເສດຖະກິດ, ໄພເງິນເຟີ້, ຫຼາຍຄົນຫວ່າງງານໃນ 2 – 3 ປີມານີ້. ຕາມການຄົ້ນຄ້ວາຂອງທະນາຄານໂລກ (WB) ແລ້ວ, ເລື່ອງບັນດານັກລົງທຶນໃນຂົງເຂດການຜະລິດ, ພິເສດແມ່ນບັນດາໂຮງງານຜະລິດບັນດາອຸປະກອນເອເລັກໂຕນິກຂອງ ອາເມລິກາ, ເອີລົບ ແລະ ບາງປະເທດອື່ນໆຢູ່ ອາຊີ ເປີດກ້ວາງການເຄື່ອນໄຫວຢູ່ ຫວຽດນາມ, ແມ່ນໜຶ່ງໃນບັນດາປັດໄຈສຳຄັນຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງ ຫວຽດນາມ. ນອກຈາກນັ້ນແລ້ວ, ການປະຕິຮູບດ້ານການສຶກສາ ຂອງ ຫວຽດນາມ ໄດ້ປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ພ້ອມນັ້ນແມ່ນເລືື່ອງລັດຖະບານໄດ້ສຸມໃສ່ລົງທຶນພັດທະນາພື້ນຖານໂຄງລ່າງ, ຊ່ວຍພື້ນຖານເສດຖະກິດ ຫວຽດນາມ ໃນປີ 2022 ແລະ ຊຸມປີຕໍ່ໄປເຕີບໂຕເປັນຢ່າງດີ.

ຕາມບົດຂຽນແລ້ວ, ບັນດານັກຊ່ຽວຊານເສດຖະກິດໃຫ້ຂໍ້ສັງເກດວ່າ ໃນປີ 2023, ພື້ນຖານເສດຖະກິດໂລກສືບຕໍ່ຊຸດໂຊມ ແລະ ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ບັນດາປະເທດໃຫຍ່ຄື: ອາເມລິກາ, ຈີນ ກໍ່ຄືສະຫະພາບເອີລົບ (EU) ຄາດວ່າ ຈະເຕີບໂຕຢ່າງຊັກຊ້າ, ແຕ່ເສດຖະກິດ ຫວຽດນາມ ຍັງເປັນປົກກະຕິຍ້ອນວ່າດຶງດູດໄດ້ບັນດານັກລົງທຶນ ແລະ ພ້ອມນັ້ນແມ່ນບັນດານະໂຍບາຍເໝາະສົມໃນການຄຸ້ມຄອງສະກຸນເງິນດົ່ງ.

 

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top