• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນເຢຍລະມັນຕີລາຄາສູງຜົນງານແຫ່ງການພັດທະນາເສດຖະກິດຂອງຫວຽດນາມ

      ຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ  G20 ປີນີ້ ໃນຖານະແຂກຖືກເຊີນ ແມ່ນປະທານ APEC. ຕາມການຕີລາຄາຂອງນັກການເມືອງ, ຜູ້ຊ່ຽວຊານ ແລະ ນັກຂ່າວ ເຢຍລະມັນຫລາຍທ່ານແລ້ວ,

 ທ່ານຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ
      ຫວຽດນາມ ໄດ້ປະກອບສຽງເວົ້າສຳຄັນໃນບັນດາບັນຫາການຄ້າເສລີ ແລະ ການປ່ຽນແປງຂອງດິນຟ້າອາກາດ. ດ້ວຍບົດບາດເປັນປະທານ APEC 2017, ຫວຽດນາມ ມີຫລາຍຈຸດທີ່ຄ້າຍຄືກັນ ພ້ອມກັບປະເທດເຈົ້າພາບ ເຢຍລະມັນ ແບກຫາບຫນ້າທີ່ຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ ອາຊີ ເອີລົບ. ຫນັງສືພິມ “ປະເທດເຢຍລະມັນໃຫມ່” ໄດ້ລົງພິມບົດຂຽນຂອງ ປອ Detlef Pries ດ້ວຍຫົວຂໍ້ວ່າ: “ຫວຽດນາມ ແມ່ນຄວາມອິດທິພົນຊື່ສຽງ”. ບົດຂຽນໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມ ແລະ ເປົ້າໝາຍພັດທະນາເສດຖະກິດ ສັງຄົມຂອງຫວຽດນາມ ທີ່ຍົກອອກໃນກອງປະຊຸມຂອງລັດຖະບານໃນ 6 ເດືອນຕົ້ນປີ 2017 ພ້ອມທັງສະແດງຄວາມປະທັບໃຈຕໍ່ຄາດໝາຍການຈະເລີນເຕີບໂຕ 6,7%ໃນປີ 2017 ຂອງຫວຽດນາມ.
“ຫວຽດນາມ ຢາກເພີ່ມທະວີການພົວພັນກັບ ເຢຍລະມັນ” ແມ່ນຫົວຂໍ້ຂອງບົດຂຽນ ຂອງສຳນັກຂ່າວສານເຢຍລະມັນ, ໃນນັ້ນ ເນັ້ນຫນັກລະດັບຄວາມສຳຄັນຂອງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ເຢຍລະມັນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top