• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນສາກົນໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ

      Sputnik ແລະ TASS, ເຊິ່ງແມ່ນສອງອົງການສື່ສານໃຫຍ່ຂອງລັດເຊຍ ໄດ້ໃຫ້ຂ່າວກ່ຽວກັບເລື່ອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ.
ວັນທີ 21 ກັນຍາ, ບັນດາສຳນັກຂ່າວສານ ແລະ ອົງການສື່ສານສາກົນໄດ້ໃຫ້ຂ່າວກ່ຽວກັບເລື່ອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ ຍ້ອນເປັນພະຍາດອັນຕະລາຍ, ຮ້າຍແຮງ. ບັນດາສຳນັກຂ່າວສານແຫ່ງຕ່າງໆກໍ່ໄດ້ຄັດສະເໜີຊີວະປະຫວັດ ແລະ ບັນດາການປະຕິບັດງານຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ.
        Sputnik ແລະ TASS, ເຊິ່ງແມ່ນສອງອົງການສື່ສານໃຫຍ່ຂອງລັດເຊຍ ໄດ້ໃຫ້ຂ່າວກ່ຽວກັບການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ. ຕາມສື່ມວນຊົນລັດເຊຍ ແລ້ວ, ສະຖານທູດ ລັດເຊຍ ປະຈຳ ຮ່າໂນ້ຍ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິງປະຊາຊົນ ຫວຽດນາມ ພາຍຫຼັງຮູ້ຂ່າວທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ. ໃນສື່ສັງຄົມອອນລາຍ Twitter, ສະຖານທູດ ລັດເຊຍ ປະຈຳ ຮ່າໂນ້ຍ ໄດ້ຂຽນວ່າ “ພວກຂ້າພະເຈົ້າຂໍສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ການຈາກໄປຂອງທ່ານປະທານປະເທດ ສສ ຫວຽດນາມ ເຈິ່ນດ້າຍກວາງ”.
      ສຳນັກຂ່າວສານ BBC, ສຳນັກຂ່າວສານ AP (ອາເມລິກາ) ກໍ່ໄດ້ທົບທວນຄືນບັນດາການເຄື່ອນໄຫວຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ໃນໄລຍະມໍ່ໆມານີ້.
        ຕາມສຳນັກຂ່າວສານ AFP (ຝລັ່ງ) ແລ້ວ, ຮູບພາບທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຕິດພັນກັບບັນດາເຫດການຂັ້ນສູງຂອງ ຫວຽດນາມ, ໃນນັ້ນມີເວທີປາໄສ APEC ຢູ່ດ່ານັ້ງ ໃນເດືອນພະຈິກປີ 2017, ເຊິ່ງແມ່ນບ່ອນທີ່ທ່ານ ເຈິ່ນດ້າຍກວາງ ຕ້ອນຮັບການນຳໂລກຫຼາຍທ່ານຄື: ທ່ານປະທານປະເທດຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ V.Putin.
        ຢູ່ຍີ່ປຸ່ນ, ບັນດາສຳນັກຂ່າວສານໃຫຍ່ຄື: NHK, Kyodo, Jiji, Mainichi Shimbun… ກໍ່ໄດ້ໃຫ້ຂ່າວກ່ຽວກັບເລື່ອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເຊັນດຽວກັນ.
 (​ແຫຼ່ງຄັດ​ຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top