• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນລາວ: ການຢ້ຽມຢາມຂອງ ປະທານປະເທດ ຫວໍວັນເຖືອງ ປະກອບສ່ວນເຮັດໃຫ້ການພົວພັນແບບພິເສດ ລາວ - ຫວຽດນາມ ເລິກເຊິ່ງກ່ວາອີກ

ບົດນຳຂອງ ໜັງສືພິມປະຊາຊົນ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນທາງການຄັ້ງທຳອິດຂອງທ່ານ ຫວໍວັນເຖືອງ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ສສ ຫວຽດນາມ. ຕາມໜັງສືພິມປະຊາຊົນ ແລ້ວ, ການຢ້ຽມຢາມຂອງ ທ່ານປະທານປະເທດ ຫວໍວັນເຖືອງ ຈະປະສົບຜົນສຳເລັດຢ່າງຈົບງາມ...
  ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (ພາບ:Thống Nhất/TTXVN)  

ບັນດາໜັງສືພິມຂອງລາວຄື: ໜັງສືພິມປະຊາຊົນ - ກະບອກສຽງຂອງພັກປະຊາຊົນປະຕິວັດລາວ; ໜັງສືພິມປະເທດລາວ ສຽງຂອງສຳນັກຂ່າວສານ ລາວ (KPL)… ສະບັບອອກວັນທີ 10 ເມສາ ລ້ວນແຕ່ລົງພິມໃນໜ້າຫຼັກດ້ວຍບົດນຳຂ່ຳນັບຮັບຕ້ອນ ປະທານປະເທດ ສສ ຫວຽດນາມ ຢ້ຽມຢາມ ລາວ ຢ່າງເປັນທາງການ; ຢັ້ງຢືນວ່າ ການຢ້ຽມຢາມຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ປະກອບສ່ວນເຮັດໃຫ້ການພົວພັນແບບພິເສດລະຫວ່າງສອງປະເທດລາວ - ຫວຽດນາມ ເລິກເຊິ່ງກ່ວາອີກ.

ບົດນຳຂອງ ໜັງສືພິມປະຊາຊົນ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຕ່າງປະເທດເປັນທາງການຄັ້ງທຳອິດຂອງທ່ານ ຫວໍວັນເຖືອງ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ສສ ຫວຽດນາມ. ຕາມໜັງສືພິມປະຊາຊົນ ແລ້ວ, ການຢ້ຽມຢາມຂອງ ທ່ານປະທານປະເທດ ຫວໍວັນເຖືອງ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນນຳການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ, ຫວຽດນາມ - ລາວ ສືບຕໍ່ພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນກໍ່ຄືຢູ່ໃນໂລກ.

ໃນຂະນະນັ້ນ, ບົດນຳຂອງໜັງສືພິມປະເທດລາວ ກໍເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເລືອກ ສປປ ລາວ ແມ່ນປະເທດທຳອິດທີ່ຢ້ຽມຢາມພາຍຫຼັງຮັບດຳລົງຕຳແໜ່ງ, ໄດ້ສະແດງໃຫ້ເຫັນວ່າ ການຢ້ຽມຢາມແມ່ນເພື່ອແນໃສ່ປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top