ຂ່າວສານ
ສືບຕໍ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ ຫວຽດນາມ - ກຳປູເຈຍ
ຕອນບ່າຍວັນທີ 14 ຕຸລາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານພົນເອກ Tea Seiha, ກຳມະການຄະນະປະຈຳພັກປະຊາຊົນ ກຳປູເຈຍ (CPP), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ ທີ່ພວມຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ແລະ ການຊ້ອມຮົບຮ່ວມລະຫວ່າງກອງທັບສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີສອງກະຊວງປ້ອງກັນປະເທດ ສືບຕໍ່ເພີ່ມທະວີການແບ່ງປັນຂໍ້ມູນ, ໜູນຊ່ວຍກັນໃນການຮັກສາສະຖຽນລະພາບດ້ານການເມືອງ, ຮັບປະກັນຄວາມໝັ້ນຄົງຢູ່ແຕ່ລະປະເທດ; ຍົກສູງປະສິດທິຜົນໃນການປະສານສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ແລະ ຫັນບັນດາໝາກຜົນທີ່ບັນລຸໄດ້ກາຍເປັນນິຕິກຳ…
ສ່ວນທ່ານ ພົນເອກ Tea Seiha ເນັ້ນໜັກວ່າ ນ້ຳໃຈມິດຕະພາບ ຫວຽດນາມ ກຳປູເຈຍມີຄວາມໝາຍສຳຄັນພິເສດ ແລະ ລ້ຳຄ່າ, ຕ້ອງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ, ປັບປຸງ ແລະ ພັດທະນາໃຫ້ໄປສູ່ລຸ້ນຄົນຕໍ່ໆໄປ.






