• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບ​ຕໍ່​ຊ​ຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ບ​ຣູ​ໄນ - ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

ເນື່ອງໃນໂອກາດຢ້ຽມຢາມ ບຣູໄນ ຢ່າງເປັນທາງການ (ແຕ່ວັນທີ 6 – 8 ກັນຍາ) ແລະ ເປັນປະທານຮ່ວມກອງປະຊຸມເທື່ອທີ 2 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ບຣູໄນ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບກະສັດ Sultan Haji Hassanal Bolkiah ຢູ່ພະລາດຊະວັງ Istana Nurul Iman.

ເນື່ອງໃນໂອກາດຢ້ຽມຢາມ ບຣູໄນ ຢ່າງເປັນທາງການ (ແຕ່ວັນທີ 6 – 8 ກັນຍາ) ແລະ ເປັນປະທານຮ່ວມກອງປະຊຸມເທື່ອທີ 2 ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ບຣູໄນ, ຕອນບ່າຍວັນທີ 07 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຢ້ຽມຂ່ຳນັບກະສັດ Sultan Haji Hassanal Bolkiah ຢູ່ພະລາດຊະວັງ Istana Nurul Iman.

   

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເຂົ້າຢ້ຽມຂ່ຳນັບກະສັດ Sultan Haji Hassanal Bolkiah ຢູ່ພະລາດຊະວັງ Istana Nurul Iman

ກະສັດ ບຣູໄນ ຢັ້ງຢືນວ່າ ຫວຽດນາມ ແມ່ນເພື່ອນ ແລະ ຄູ່ຮ່ວມມືສຳຄັນຂອງ ບຣູໄນ ຢູ່ພາກພື້ນ; ພ້ອມທັງໃຫ້ຮູ້ວ່າ ຈະຊີ້ນຳບັນດາກະຊວງ, ຂະແໜງການຂອງ ບຣູໄນ ສົມທົບກັບ ຫວຽດນາມ ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ບຣູໄນ - ຫວຽດນາມ ໃຫ້ພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

        ສ່ວນທ່ານ ບຸ່ຍແທັງເຊີນ ປາດຖະໜາວ່າ ກະສັດ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ, ສະເໜີສອງຝ່າຍ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດຫຼາຍຝ່າຍ ແລະ ອາຊຽນ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ ບຣູໄນ Dato Erywan Pehin Yusof ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມ ກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ບຣູໄນ. ໃນກອງປະຊຸມດັ່ງກ່າວ, ສອງຝ່າຍເຫັນດີນຳກັນວ່າ ໃນໄລຍະຈະມາເຖິງ ຈະສ້າງໂຄງການເຄື່ອນໄຫວຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຮອບດ້ານ ໄລຍະ 2023 – 2027; ອຳນວຍຄວາມສະດວກ, ສົ່ງເສີມວິສາຫະກິດເພີ່ມທະວີການເຊື່ອມຕໍ່, ຫັນແຫຼ່ງສະໜອງ ແລະ ໂຄງປະກອບການຄ້າເປັນຫຼາຍຮູບຫຼາຍແບບ; ຊອກຫາກາລະໂອກາດເປີດກວ້າງການລົງທຶນໃນຂົງເຂດຕ່າງໆ. ລັດຖະມົນຕີສອງທ່ານກໍເຫັນດີສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ເສີມຂະຫຍາຍຫຼັກການ ແລະ ຫຼັກໝັ້ນລວມຂອງ ອາຊຽນ ໃນການພົວພັນຄູ່ຮ່ວມມື, ກໍຄືໃນບັນດາບັນຫາ ມຽນມາ ແລະ ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top