ທີ່ການຕ້ອນຮັບ, ທ່ານປະທານປະເທດ ວໍ້ວັນເຖືອງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ຍາວນານລະຫວ່າງ 2 ປະເທດ. ທ່ານປະທານປະເທດສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ຮັກສາການພົວພັນທາງການເມືອງອັນດີງາມ, ຊຸກຍູ້ ແລະ ປະຕິບັດບັນດາການຢ້ຽມຢາມຂັ້ນສູງ ແລະ ການພົວພັນຮ່ວມມືໃນທຸກຊ່ອງທາງ; ສະເໜີໃຫ້ຝ່າຍ ກຳປູເຈຍ ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມ ອາໄສ, ເຮັດວຽກ ແລະ ຮ່ຳຮຽນຢູ່ ກຳປູເຈຍ.
ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ Prak Sokhonn ຢືນຢັນວ່າ: ກຳປູເຈຍ ຍາມໃດກໍ່ສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສສາກົນ ແລະ ພາກພື້ນ.
ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ກໍໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ Prak Sokhonn.
ຕອນບ່າຍວັນດຽວກັນ, ຢູ່ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເລຮ່ວາຍຈູງ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ກຳປູເຈຍ Prak Sokhonn ເຊັ່ນດຽວກັນ.