• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ປັບປຸງແລະເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງອາຊຽນ-ຍີ່ປຸ່ນ

      ວັນທີ 18 ຕຸລາ, ທີ່ສຳນັກງານຄະນະເລຂາອາຊຽນ, ຢູ່ຈາກາຕາ, ປະເທດອິນໂດເນເຊຍ, ໄດ້ດຳເນີນພິທີໄຂງານວາງສະແດງພາບຖ່າຍ ແລະ ກອງປະຊຸມສຳມະນາ ດ້ວຍຫົວຂໍ້ວ່າ ເຊື່ອມຕໍ່ອາຊຽນ: ບັນດາໝາກຜົນອັນໃຫຍ່ຫຼວງລະຫວ່າງອາຊຽນ ແລະ ຍີ່ປຸ່ນ ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງ”.

ງານວາງສະແດງພາບຖ່າຍ
(ພາບ: TTXVN)
            ທີ່ເຫດການ, ບັນດາຜູ້ແທນໄດ້ສຸມໃສ່ຕີລາຄາ ແລະ ເຮັດໃຫ້ບັນດາຜົນງານອັນໃຫຍ່ຫຼວງເຊິ່ງອາຊຽນ ແລະ ຍີ່ປຸ່ນ ບັນລຸໄດ້ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງໃນຕະຫຼອດວິວັດແຫ່ງການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ຮ່ວມມືຍີ່ປຸ່ນ ພົ້ນເດັ່ນຂຶ້ນ.
        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ຝ່າຍຍີ່ປຸ່ນ ໄດ້ຕີລາຄາວ່າ ການພົວພັນລະຫວ່າງອາຊຽນ ແລະ ຍີ່ປຸ່ນ ພວມນັບມື້ນັບມີຄວາມສຳຄັນ. ຍີ່ປຸ່ນ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ດີຂອງອາຊຽນ, ຖືເປັນສຳຄັນບົດບາດໃຈກາງຂອງອາຊຽນ, ເຄົາລົບ ແລະ ມີບັນດາການປະກອບສ່ວນໃຫ້ແກ່ການພັດທະນາ ແລະ ຄວາມວັດທະນາຖາວອນຂອງອາຊຽນ.
        ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງຄູ່ຮ່ວມມືຍີ່ປຸ່ນ ສຳລັບອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ຫວັງວ່າ, ການພົວພັນລະຫວ່າງອາຊຽນ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍກວ່າອີກໃນໄລຍະຈະມາເຖິງ, ນຳມາເຊິ່ງບັນດາຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນບັນດາປະເທດສະມາຊິກອາຊຽນ ແລະ ຍີ່ປຸ່ນ.
 (ແຫຼ່ງຄັດຈາກ VOV)
 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ຕອນບ່າຍວັນທີ 7 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານ ສະພາບໍລິຫານເຂດທົ່ງພຽງແມ່ນ້ຳແດງ, ປະທານກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ ກ່ຽວກັບການວາງແຜນຜັງເຂດໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050.

Top