• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິລະປະດົນຕີຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ-ວັດທະນະທຳທີ່ດູດດື່ມ

      ເມື່ອຮອດຍາມຄ້ອຍຄ່ຳ, ຊີວິດຂອງປະຊາຊົນເບິ່ງຄືວ່າກໍ່ໄດ້ມິດງຽບລົງ ແຕ່ກໍ່ແມ່ນຈຸດເວລາທີ່ຜູ້ຄົນທັງຫຼາຍ ເຫັນໄດ້ເຖິງຄວາມງາມ ຂອງຄຸ້ມຖະໜົນເກົ່າ. ແຂກທ່ອງທ່ຽວເມື່ອຍ່າງເລາະຕາມຖະໜົນເກົ່າສາຍຕ່າງໆໃນບໍລິເວນຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໃນຍາມຄ້ອຍຄ່ຳທ້າຍອາທິດ ກໍ່ລ້ວນແຕ່ມີໂອກາດໄດ້ຄົ້ນຫາການດຳລົງຊີວິດ ຂອງປະຊາຊົນຢູ່ຄຸ້ມຖະໜົນເກົ່າ ໃນຍາມຄ່ຳຄືນ, ແຂກທ່ອງທ່ຽວຈະໄດ້ຮັບຊົມ ການສະແດງດົນຕີພື້ນເມືອງ ແລະ ດົນຕີທັນສະໄໝປະເພດຕ່າງໆ. ການດຳລົງຊີວິດນີ້ ໄດ້ປະກອບສ່ວນສ້າງຈຸດວັດທະນະທຳທີ່ດູດດື່ມ ຂອງນະຄອນຫຼວງຮ່າໂນ້ຍ

ສິລະປະດົນຕີຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ
      ໃນລິເວນອັນຄັບແຄບ ຢູ່ຕາມຖະໜົນເກົ່າສາຍຕ່າໆ, ແຂກທ່ອງທ່ຽວສາມາດໄດ້ຮັບຟັງສິລະປະດົນຕີພື້ນເມືອງ ຂອງຫວຽດນາມ. ນັ້ນແມ່ນ ການຂັບກາຈູ່ ຢູ່ສາລາກີມເງິນ ໃນຖະໜົນຫ່າງບາກ, ແລ້ວກໍ່ຮອດສິລະປະຂັບສຳ ຢູ່ບໍລິເວນຕະຫຼາດດົງຊວນ, ຫຼື ສິລະປະຂັບເຈົາວັນທີ່ຟົດຟື້ນມ່ວນຊື່ນ ຢູ່ແຈຖະໜົນໝ້າເມິຍ-ເລືອງງັອກກວຽນ. ຖະໜົນໝ້າເມິຍດ້ວຍແສງໄຟຍິບຍັບລຶກລັບມະຫັດສະຈັນ ເມື່ອຄ່ຳລົງມາໄດ້ກາຍເປັນຖະໜົນຍ່າງ ເພື່ອຮັບໃຊ້ແຂກທ່ອງທ່ຽວມາຢ້ຽມຊົມລະຫຼິ້ນ ໃນສາມຄ່ຳຄືນທ້າຍອາທິດ. ຢູ່ໜ້າເຮືອນມໍລະດົກ ເລກທີ່ 87 ຖະໜົນໝາເມິຍ, ກໍ່ມີກອງດົນຕີ ພວມທຳການສະແດງດ້ວຍບັນດາຈັງຫວະທີ່ຈັບອົກຈັບໃຈ. ຢູ່ພະວິຫານເຮືອງເຕື້ອງ, ບັນດານັກສິລະປິນໄດ້ສະແດງ ຂັບເຈົາວັນເຊິ່ງແມ່ນສິລະປະທີ່ດູດດື່ມ. ທັງໄດ້ຮັບຟັງສຽງຂັບຮ້ອງ, ແຂກທ່ອງທ່ຽວທັງໄດ້ຮັບຟັງແນະນຳກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ ເພື່ອມີຄວາມເຂົ້າໃຈຕື່ມກ່ຽວກັບຊາວຮ່າໂນ້ຍ. ນາງ ເລທິເຮືອງ ຢູ່ເມືອງດົ໋ງດາ ຮ່າໂນ້ຍ ໃຫ້ຮູ້ວ່າ:
    “ນັບແຕ່ມື້ມີລາຍການຂັບເຈົາວັນມາສະແດງຢູ່ທີ່ນີ້,  ຂ້າພະເຈົ້າໄດ້ມາຊົມຕະຫຼອດ ເພາະວ່າຂ້າພະເຈົ້າມີຄວາມຊົມຊອບສິລະປະ ປະເພດນີ້, ມານີ້ໄດ້ຮັບຟັງ ບັນດາສິລະປິນອາຊີບສະແດງ ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ”.
        ມີແຂກທ່ອງທ່ຽວຊາວຕ່າງປະເທດ ກໍ່ໄດ້ແວ່ຢາມຄຸ້ມຖະໜົນເກົ່າຫຼາຍທີ່ສຸດ ເພື່ອຮັບຊົມການສະແດງສິລະປະດົນຕີ ຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ. ບໍ່ພຽງແຕ່ມີຂັບເຈົາວັນ, ຂັບກາຈູ່, ຂັບສຳ ທີ່ພັດປ່ຽນກັນສະແດງຢູ່ຕາມສາລາ, ວິຫານໃນບໍລິເວນຄຸ້ມຖະໜົນເກົ່າເທົ່ານັ້ນ, ຫາກຍັງມີບັນດາເວທີສະແດງສິລະປະທັນສະໄໝ ຢູ່ຫຼາຍສະຖານທີ່ໃນຖະໜົນເກົ່າ ຫຼາຍສາຍອີກດ້ວຍ. ຢູ່ແຈຖະໜົນຫ່າງໄຢ ເລືອງງັອກກວຽນ ຫຼື ຢູ່ໜ້າປະຕູໂຂງຕະຫຼາດດົງຊວນ ກໍ່ມີບັນດາເວທີສະແດງມະຫາຊົນທີ່ດູດດື່ມ. ຜູ້ຊົມ, ແຂກທ່ອງທ່ຽວຫຼາຍຄົນ ກໍ່ໄດ້ຂຶ້ນເວທີສະແດງເພື່ອເຕັ້ນລຳ, ຂັບຮ້ອງພ້ອມກັບກອງດົນຕີ, ອັນໄດ້ສ້າງບັນຍາກາດແຫ່ງສິລະປະທີ່ ຟົດຟຶື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ. ທ່ານ ຫວຽນຍືຮ໋ຽວ ສັງກັດບໍລິສັດທ່ອງທ່ຽວທາງໄກ ເບ໋ນແທັງ, ຮ່າໂນ້ຍ ໃຫ້ຮູ້ວ່າ: 
        “ຂ້າພະເຈົ້າເອງກໍ່ໄດ້ໄປຊົມການສະແດງຂັບເຈົາວັນ ຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ. ຂ້າພະເຈົ້າເຫັນວ່າ ຈຳນວນແຂກທ່ອງທ່ຽວສາກົນມານີ້ຫຼາຍທີ່ສຸດ, ເຂົາເຈົ້າທັງຖ່າຍທຳວິດີໂອ, ທັງຖ່າຍຮູບຫຼາຍທີ່ສຸດ. ແລ້ວເຂົາເຈົ້າກໍ່ເອົາລົງທາງສື່ສັງຄົມຂອງເຂົາເຈົ້າເອງ ຫຼື ໂຄສະນາຜ່ານສື່ມວນຊົນຂອງປະເທດເຂົາເຈົ້າ”.
    ການເຄື່ອນໄຫວສະແດງສິລະປະດົນຕີ ຢູ່ຄຸ້ມຖະໜົນເກົ່າ ຮ່າໂນ້ຍ ໄດ້ເລີ່ມຜັນຂະຫຍາຍມາແຕ່ 2014 ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງສະໂມສອນ, ກອງດົນຕີພື້ນເມືອງ ແລະ ທັນສະໄໝຢ່າງຫຼວງຫຼາຍ. ແຕ່ລະອາທິດ ຮອດຄ່ຳຄືນວັນສຸກ, ວັນເສົາ ແລະ ວັນອາທິດ, ຢູ່ບໍລິເວນຄຸ້ມຖະໜົນເກົ່າຮ່າໂນ້ຍ ກໍ່ມີ 8 ສະຖານທີ່ສະແດງສິລະປະດົນຕີ. ສະຖານທີ່ທັງໝົດເຫຼົ່ານັ້ນກໍ່ລ້ວນແຕ່ ຮັບໃຊ້ແຂກທ່ອງທ່ຽວໂດຍບໍ່ເກັບຄ່າ ເມື່ອເຂົາເຈົ້າມາຢ້ຽມຊົມ, ທັດສະນະສຶກສາຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ. ການເຄື່ອນໄຫວຂອງບັນດາກອງດົນຕີ, ສະໂມສອນ ສ່ວນຫຼາຍກໍ່ເຮັດຕາມຮູບແບບສະໝັກໃຈ ດ້ວຍຄວາມຫວັງຢາກແນະນຳວັດທະນະທຳພື້ນເມືອງ ເຊິ່ງແມ່ນ ປະເພດສິລະປະທີ່ເປັນເອກະລັກຂອງຫວຽດນາມ ໃຫ້ແກ່ປະຊາຊົນ ແລະ  ແຂກທ່ອງທ່ຽວທັງຫຼາຍ.   ທ່ານ ນາງ ເຈິ່ນຖຸຍລານ ຮອງຫົວໜ້າຄະນະຄຸ້ມຄອງ ຄຸ້ມຖະໜົນເກົ່າຮ່າໂນ້ຍ ໃຫ້ຮູ້ວ່າ: 
      “ພວກຂ້າພະເຈົ້າກໍ່ໄດ້ມີບັນດາການປ່ຽນແປງຮູບການ, ແຕ່ລະຄ່ຳຄືນ ກໍ່ແນະນຳ ສິລະປະທີ່ເປັນເອກະລັກ ປະເພດໃດໜຶ່ງ ໃນສາມຄ່ຳຄືນເພື່ອຈະມີການປ່ຽນແປງ. ພວກຂ້າພະເຈົ້າກໍ່ໄດ້ສັບຊ້ອນແນວໃດໃຫ້ແທດເໝາະ ເພື່ອໃຫ້ແຂກທ່ອງທ່ຽວ ຮູ້ສຶກວ່າມີຄວາມໃໝ່ອ່ຽມ ແລະ ດູດດື່ມກວ່າເກົ່າ. ຍົກຕົວຢ່າງໃນ ບັນດາຄ່ຳຄືນພວກຂ້າພະເຈົ້າກໍ່ໄດ້ສຸມໃສ່ ລາຍການສະແດງຂັບເຈົາວັນ, ຂັບກາຈູ່, ຂັບສຳ ເພື່ອແນໃສ່ນຳປະເພດສິລະປະທີ່ເປັນເອກະລັກນີ້ ເຂົ້າສູ່ຄຸ້ມຖະໜົນເກົ່າ”.      
       ເບິ່ງຄືວ່າ ບໍ່ສູ້ເຫັນຢູ່ແຫ່ງໃດ ໃນນະຄອນຫຼວງຮ່າໂນ້ຍ ມີການສະແດງດົນຕີພື້ນເມືອງຢູ່ທ້ອງຖະໜົນທີ່ມີກຳລັງດູດດື່ມຄືຢູ່ຄຸ້ມຖະໜົນເກົ່າຮ່າໂນ້ຍ. ແຂກທ່ອງທ່ຽວມານີ້ບໍ່ພຽງແຕ່ໄດ້ຮັບຊົມ, ໄດ້ຮັບຟັງເທົ່ານັ້ນ, ຫາກຍັງໄດ້ມີໂອກາດແບ່ງປັນ, ຮັບຊົມສິ່ງທີ່ຍອດຍິ່ງທາງດ້ານສິລະປະພື້ນເມືອງ ທີ່ເປັນເອກະລັກສະເພາະ ຂອງນະຄອນຫຼວງແຫ່ງອະລິຍະທຳນັບພັນປີ.
 (ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາລາວ ເຊື່ອມ​ຕົວ​ເຂົ້າ​ກັບ​ຊາວ ຫວຽດ​ນາມ ຜ່ານ​ລາຍ​ການ Homestay

ນັກ​ສຶກ​ສາລາວ ເຊື່ອມ​ຕົວ​ເຂົ້າ​ກັບ​ຊາວ ຫວຽດ​ນາມ ຜ່ານ​ລາຍ​ການ Homestay

ພາຍຫຼັງ 3 ປີທີ່ຢຸດຊົ່ວຄາວຍ້ອນຜົນກະທົບຈາກພະຍາດໂຄວິດ - 19, ໄລຍະຜ່ານມາໂຮງຮຽນມິດຕະພາບ T78 ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງເທາະລົກ, ເມືອງຝຸກເທາະ, ຮ່າໂນ້ຍຈັດລາຍການ“ສົ່ງນັກສຶກສາລາວໄປຢູ່ນຳຄອບຄົວຂອງປະຊາຊົນ” ສົກປີ 2022 – 2023. ຜ່ານໂຄງການ ໂຮງຮຽນຫວັງວ່າຈະຊ່ວຍໃຫ້ພວກນ້ອງນັກຮຽນສາມາດເພີ່ມຄວາມສາມາດດ້ານພາສາຫວຽດກໍ່ຄືເຂົ້າໃຈຫຼາຍກ່ວາກ່ຽວກັບຊີວິດດ້ານວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນຫວຽດນາມ.

Top