• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິງກະໂປ ຖືຫວຽດນາມ ແມ່ນຕົວແບບພັດທະນາຢ່າງສໍາເລັດຜົນ

ແຕ່່ວັນທີ 22 – 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ແລະ ພັນລະນາ ໄດ້ເດີນທາງໄປຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ.
 ໃນວັນທີ 23 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ເຂົ້າຢ້ຽມຄໍ່ານັບ ທ່ານປະທານາທິບໍດີ Halima Yacob, ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ຫວາງຊູຍກຽດ  ແລະ ພົົບປະກັບລັດຖະມົນຕີອາວຸໂສ ກະຊວງປ້ອງກັນຄວາມສະຫງົບແຫ່ງຊາດ ສຽນຊິຮຽນ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ 
 (ພາບ: vov.vn)

 ທີ່ບັນດາການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ຢືນຢັນວ່າ ຫວຽດນາມ ຖືເປັນສໍາຄັນການພັດທະນາການພົວພັນຮ່ວມມືກັບສິງກະໂປ ບົນພື້ນຖານເຄົາລົບເຊິ່ງກັນແລະກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ທ່ານໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດສິງກະໂປ-ຫວຽດນາມ ທີ່ມີຕໍ່ຜົນປະໂຫຍດຂອງແຕ່ລະປະເທດ ກໍຄື ຄວາມສາມັກຄີີ ແລະ ການພັດທະນາຂອງອາຊຽນ.

        ການນໍາ ສິງກະໂປ ໄດ້ຖືຫວຽດນາມ ແມ່ນຕົວແບບພັດທະນາຢ່າງສໍາເລັດຜົນ ແລະ ຕີລາຄາສູງ ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ກໍຄືທັດສະນະຢ່າງຕັ້ງໜ້າ ແລະ ບັນດາການປະກອບສ່ວນຂອງຫວຽດນາມ ທີ່ມີຕໍ່ສັນຍາ CPTPP.  

        ກ່ຽວກັບບັນຫາທະເລຕາເວັນອອກ, ການນໍາທັງສອງຝ່າຍ ໄດ້ເນັ້ນໜັກເຖິງຄວາມສໍາຄັນໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ປອດໄພ ແລະ ສິດເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ, ຮຽກຮ້ອງໃຫ້ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ. 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ຕອນບ່າຍວັນທີ 7 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານ ສະພາບໍລິຫານເຂດທົ່ງພຽງແມ່ນ້ຳແດງ, ປະທານກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ ກ່ຽວກັບການວາງແຜນຜັງເຂດໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050.

Top