• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສິງກະໂປຍົກສູງສະຕິລະວັງຕົວພາຍຫຼັງການບຸກໂຈມຕີບໍ່ບັນລຸຜົນສຳເລັດແນໃສ່ປະເທດນີ້

ເກາະ Marina
      ວັນ​ທີ 6/8, ສິງກະ​ໂປ​ ຮຽກຮ້ອງ​ໃຫ້​ປະຊາຊົນ​ຍົກ​ສູງ​ສະຕິ​ລະວັງ​ຕົວ​ໃນ​ສະພາບ​ການ​ປະ​ເທດນີ້​ຖືກ​ສັ່ນສະ​ເທືອ​ນຕໍ່ໜ້າ​ກົນອຸບາຍ​ບຸກ​ໂຈ​ມຕີ​ບໍ່​ບັນລຸ​ຜົນສຳ​ເລັດ​ກ່ອນ​ນັ້ນ​ໜຶ່ງ​ວັນ. ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ສິງກະ​ໂປ K.Shanmugam, ບັນດາ​ຜູ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໄດ້​ມີ​ກົນອຸບາຍ​ຍິງ​ລູກ​ຈະລວດ​ແນ​ໃສ່​ເຂດ Marina Bay, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະຖານ​ທີ່​ໃຈກາງ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ຢູ່​ສິງ​ກະ​ໂປ. ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ສິງກະ​ໂປ ​ເນັ້ນ​ໜັກ​ກົນອຸບາຍ​ບໍ່​ບັນລຸ​ຜົນສຳ​ເລັດ​ດັ່ງ​ກ່າວ​ກໍ່​ແມ່ນ​ຕົວຢ່າງ​ພົ້ນ​ເດັ່ນ​ຂອງ​ບັນດາ​ການ​ບຸກ​ໂຈມ​ຕີຈາກ​ບັນດາ​ສ່ວນ​ບຸກຄົນ, ກຸ່ມ​ຄົນ​ມີ​ແນວ​ຄິດ​ຫົວຮຸນ​ແຮງ.
      ກໍ່​ໃນ​ວັນທີ 6/8, ຕຳຫຼວດ ສິງກະ​​ໂປ ​ໄດ້​ຢັ້ງຢືນGigih Rahmat Dewa ​ແມ່ນ​ຫົວ​ໂປ​ກຸ່ມ​ເປົ້າ​ໝາຍ 6 ຄົນ​ຖືກ​ຈັບ​ຕົວ​ໃນ​ວັນ​ທີ 5/8 ຢູ່​ເກາະ Batam, ອິນ​ໂດ​ເນ​ເຊຍ ຍ້ອນ​ຖືກ​ລະ​ແວງ​ສົງ​ໄສ​ມີ​ກົນອຸບາຍ​ຍິງ​ລູກ​ຈະ​ລວດ​ຈາກ​ເກາະ Batam ​ໄປ​ສູ່ ສິງກະ​ໂປ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top