• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ​ທີ່​ແຂງ​ແຮງ​ກ່ຽວ​ກັບ​ວິ​ວັດ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ໃນ​ສະ​ພາບ​ການ​ໃໝ່

ໂດຍຕິດຕາມຜ່ານບັນດາພາຫະນະສື່ມວນຊົນກ່ຽວກັບກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຊຸດທີ 13, ພິເສດແມ່ນ ບົດກ່າວປາໄສໄຂກອງປະຊຸມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ມີສະມາຊິກພັກຫຼາຍຄົນ ແລະ ປະຊາຊົນທຸກຊັ້ນວັນນະ ໄດ້ຕີລາຄາສູງບັນດາເນື້ອໃນ ເຊິ່ງກົມການເມືອງ ໄດ້ຍົກອອກມາ ເພື່ອໃຫ້ສູນກາງພັກສຸມໃສ່ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ, ການເມືອງ ສັງຄົມ ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ.
ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 (ພາບ: VOV)

ບົດກ່າວປາໄສໄຂກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 13 ຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່ຽວກັບບາງບັນຫາເສດຖະກິດ - ສັງຄົມປີ 2021 – 2022, ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນເປັນຈຳນວນຫຼາຍ. ບົດກ່າວປາໄສໄດ້ສະແດງສານແຂງແຮງຂອງ ພັກ ແລະ ລັດ ແມ່ນສືບຕໍ່ຕັ້ງເປົ້າໝາຍຄວາມປອດໄພຕໍ່ໂລກລະບາດໂຄວິດ - 19, ຮັບປະກັນການຫາເງິນລ້ຽງຊີບ, ສຸຂະພາບຂອງປະຊາຊົນ, ແຕ່ໄປຄຽງຄູ່ກັນນັ້ນແມ່ນ ຍົກອອກມາດຕະການເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ ໃນຊຸມເດືອນຍັງເຫຼືອຂອງປີ ແລະ ແຜນການໃຫ້ແກ່ປີ 2022ຈະມາເຖິງ.

ໂດຍຕິດຕາມຜ່ານບັນດາພາຫະນະສື່ມວນຊົນກ່ຽວກັບກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຊຸດທີ 13, ພິເສດແມ່ນ ບົດກ່າວປາໄສໄຂກອງປະຊຸມຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ, ມີສະມາຊິກພັກຫຼາຍຄົນ ແລະ ປະຊາຊົນທຸກຊັ້ນວັນນະ ໄດ້ຕີລາຄາສູງບັນດາເນື້ອໃນ ເຊິ່ງກົມການເມືອງ ໄດ້ຍົກອອກມາ ເພື່ອໃຫ້ສູນກາງພັກສຸມໃສ່ປຶກສາຫາລື ກ່ຽວກັບສະພາບການເສດຖະກິດ, ການເມືອງ ສັງຄົມ ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ, ກໍ່ຄືຍົກໃຫ້ເຫັນຢ່າງຈະແຈ້ງການກຳນົດທັດສະນະ, ແຜນນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19 ແລະ ຟື້ນຟູພັດທະນາເສດຖະກິດ, ສັງຄົມໃນສະພາບການໃໝ່. ປ້າ ໂດທິຊວຽນ, ຢູ່ຕາແສງ ໂກເຍ້ວ, ເມືອງ ບັກຕ່ືລຽມຮ່າໂນ້ຍໃຫ້ຮູ້ວ່າ:

ໂດຍແມ່ນສະມາຊິກພັກ, ຂ້າພະເຈົ້າມີຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາແຜນນະໂຍບາຍ, ນະໂຍບາຍ, ແຜນການຂອງພັກ, ລັດ ໃນໄລຍະຈະມາເຖິງ ແລະ ເຊື່ອໝັ້ນວ່າ ສະພາບການເສດຖະກິດ ສັງຄົມ ຈະໄດ້ຮັບການຟື້ນຟູ ແລະ ມີການພັດທະນາໂດຍໄວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top