• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ​ຂອງ ສ​ປ​ຊ ເປີດ​ວາ​ລະພິພາກ​ສາ​ ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ອິດ​ສະ​ລາ​ແອັນ ຢູ່​ເຂດ​ດິນ​ແດນ ປາ​ແລັດ​ສະ​ຕິນ

ໃນວາລະພິພາກສາ ທີ່ແກ່ຍາວຮອດວັນທີ 26 ກຸມພາ, ບັນດາ ຜູ້ພິພາກສາ ຈະຕີລາຄາຜົນຕາມມາທາງດ້ານນິຕິກຳ ໂດຍບັນດາການເຄື່ອນໄຫວຢຶດຄອງຂອງ ອິດສະລາແອັນ ທີ່ກໍ່ຂຶ້ນນັບແຕ່ປີ 1967.
ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad al-Maliki ແລະ ທ່ານ ທູດພິເສດ ສປຊ (ພາບ: Reuters)

ວັນທີ 19 ກຸມພາ, ທີ່ ວັງ ສັນຕິພາບ ຢູ່ La Haye (ປະທານໂຮນລັງ), ສານຍຸຕິທຳສາກົນ (ICJ), ໄດ້ເປີດວາລະພິພາກສາ ເພື່ອຕີລາຄາບັນດາຜົນຕາມມາທາງດ້ານນິຕິກຳກ່ຽວກັບເລື່ອງ ອິດສະລາແອັນ ປະຕິບັດນະໂຍບາຍ ແລະ ການເຄື່ອນໄຫວຢຶດຄອງບັນດາເຂດດິນແດນຂອງ ປາແລັດສະຕິນ ນັບແຕ່ປີ 1967, ລວມມີ Jerusalem ຕາເວັນອອກ. ໃນວາລະພິພາກສາ ທີ່ແກ່ຍາວຮອດວັນທີ 26 ກຸມພາ, ບັນດາ ຜູ້ພິພາກສາ ຈະຕີລາຄາຜົນຕາມມາທາງດ້ານນິຕິກຳ ໂດຍບັນດາການເຄື່ອນໄຫວຢຶດຄອງຂອງ ອິດສະລາແອັນ ທີ່ກໍ່ຂຶ້ນນັບແຕ່ປີ 1967. ຄາດວ່າ, ຜູ້ຕາງໜ້າຂອງ 52 ປະເທດ ຈະສະເໜີກັບຜູ້ພິພາກສາ ບັນດາຫຼັກຖານທີ່ກ່ຽວຂ້ອງ. ອາເມລິກາ, ລັດເຊຍ, ຈີນ, ອາບຟຼິກກາໃຕ້ ແລະ ເອຢິບ ນອນໃນຈຳນວນບັນດາປະເທດເຂົ້າຮ່ວມວາລະພິພາກສາ. ທ່ານ Riyad Al-Malki ລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ ກໍ່ກ່າວຄຳເຫັນທີ່ວາລະພິພາກສາ. ອິດສະລາແອັນ ບໍ່ຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມ ແຕ່ກໍ່ສົ່ງເອກະສານທີ່ກ່ຽວຂ້ອງເຖິງເຫດການ.

ໃນຂະນະນັ້ນ, ໃນວັນດຽວກັນ, ທ່ານ Josep Borrell  ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບ ເອີລົບ (EU) ຮັບຜິດຊອບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ  ໃຫ້ຮູ້ວ່າ 26 ໃນຈຳນວນ 27 ປະເທດ ສະມາຊິກ EU ໄດ້ຮຽກຮ້ອງການຢຸດຍິງຊົ່ວຄາວໃນທັນທີ ເພື່ອເປົ້າໝາຍມະນຸດສະທຳໃນການປະທະກັນລະຫວ່າງ ອິດສະລາແອັນ ແລະ ຂະບວນການອິດສະລາມ ຮາມາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top