• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ສັບ​ປະ​ດາ​ວັດ​ທະ​ນະ​ທຳ 6 ແຂວງ ພາ​ກ​ເໜືອ ຫວຽດ​ນາມ ແລະ ຮ່າ​ໂນ້ຍ” ປີ 2022

ຕອນຄ່ຳວັນທີ 16 ເມສາ, ຢູ່ເຂດສວນສາທາລະນະ ຫຼີຖ໊າຍໂຕ໊, ເມືອງຮວ່ານກ໊ຽມ, ຮ່າໂນ້ຍ ໄດ້ດຳເນີນພິທີໄຂ “ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງພາກເໜືອ ຫວຽດນາມ ແລະ ຮ່າໂນ້ຍ” ປີ 2022.

ຕອນຄ່ຳວັນທີ 16 ເມສາ, ຢູ່ເຂດສວນສາທາລະນະ ຫຼີຖ໊າຍໂຕ໊, ເມືອງຮວ່ານກ໊ຽມ, ຮ່າໂນ້ຍ ໄດ້ດຳເນີນພິທີໄຂ “ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງພາກເໜືອ ຫວຽດນາມ ແລະ ຮ່າໂນ້ຍ” ປີ 2022.

   

ພິທີໄຂ “ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງພາກເໜືອ ຫວຽດນາມ ແລະ ຮ່າໂນ້ຍ” ປີ 2022 (ພາບ: TTXVN)

ເຫດການດັ່ງກ່າວນອນໃນໂຄງການ “ແວ່ຢາມດິນແດນແຫ່ງມໍລະດົກພາກເໜືອ ຫວຽດນາມ” ຮ່ວມມືພັດທະນາການທ່ອງທ່ຽວລະຫວ່າງ 6 ແຂວງເຂດພາກເໜືອ ຫວຽດນາມ, ເຊິ່ງຖືກຈັດຂຶ້ນປະຈຳປີ ດ້ວຍການເຂົ້າຮ່ວມຂອງບັນດາແຂວງ: ຮ່າຢາງ, ຕວຽນກວາງ, ຖ໊າຍງວຽນ, ບັກກ້ານ, ກາວບັ່ງ, ລ້າງເຊີນ.

“ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງພາກເໜືອ ຫວຽດນາມ ແລະ ຮ່າໂນ້ຍ” ປີ 2022 ຖືກດຳເນີນແຕ່ວັນທີ 15 ຫາວັນທີ 17 ເມສາ, ຢູ່ເຂດຖະໜົນຍ່າງ ໜອງ ຮວ່ານກຽມ ແລະ ເຂດອ້ອມຂ້າງ. ເຫດການດັ່ງກ່າວລວມມີຫຼາຍການເຄື່ອນໄຫວເຊີດຊູ, ໂຄສະນາສີສັນວັດທະນະທຳທີ່ຫຼາກຫຼາຍສີສັນ ແລະ ເປັນເອກະລັກສະເພາະຂອງບັນດາແຂວງ ພາກເໜືອ ຫວຽດນາມ. ນອກຈາກນັ້ນແລ້ວ, ມວນຊົນ ແລະ ແຂກທ່ອງທ່ຽວຍັງມີໂອກາດໄດ້ຊິມອາຫານພື້ນບ້ານ, ຮັບຊົມການສະແດງສະລິປະພື້ນເມືອງຂອງພໍ່ແມ່ປະຊາຊົນບັນດາແຂວງພາກເໜືອ ຫວຽດນາມ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top