• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາວັດທະນະທຳກິລາແລະທ່ອງທ່ຽວ ເພື່ອຮັບຕ້ອນຊີເກມ 31

ແຂວງຫ໋າຍເຢືອງຈະດຳເນີນສັບປະດາວັດທະນະທຳກິລາແລະທ່ອງທ່ຽວ ເພື່ອຮັບຕ້ອນຊີເກມ 31 ແລະໂຄສະນາບັນດາຈຸດວັດທະນະທຳພື້ນເມືອງ ພ້ອມກັບບັນດາຜະລິດຕະພັນວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກຂອງທ້ອງຖິ່ນ
  ພາບປະກອບ  

 ໃນລະຫວ່າງວັນທີ 14 ຫາວັນທີ 20 ພຶດສະພາແຂວງຫ໋າຍເຢືອງຈະດຳເນີນສັບປະດາວັດທະນະທຳກິລາແລະທ່ອງທ່ຽວ ເພື່ອຮັບຕ້ອນຊີເກມ 31 ແລະໂຄສະນາບັນດາຈຸດວັດທະນະທຳພື້ນເມືອງ ພ້ອມກັບບັນດາຜະລິດຕະພັນວັດທະນະທຳທ່ອງທ່ຽວທີ່ເປັນເອກະລັກຂອງທ້ອງຖິ່ນ ໃຫ້ແກ່ແຂກທ່ອງທ່ຽວແລະເພື່ອນມິດສາກົນ. ເຫດການຈະລວມມີບັນດາການເຄື່ອນໄຫວວັດທະນະທຳສະແດງສິລະປະລະຄອນຕຸກກະຕານ້ຳ, ສະແດງສິລະປະຂັບແຈ່ວບົນແມ່ນ້ຳ, ສາຍຮູບເງົາ...

ເນື່ອງໃນໂອກາດນີ້ແຂວງຫ໋າຍເຢືອງກໍ່ຈັດຕັ້ງງານວາງສະແດງຜະລິດຕະພັນສິລະປະຫັດຖະກຳ, ຂອງຂວັນເປັນທີ່ລະນຶກ, ແນະນຳບັນດາລາຍການທ່ອງທ່ຽວທັງຢູ່ພາຍໃນແລະຕ່າງແຂວງ; ວາງສະແດງພາບລະດົມກຳລັງໃຈ, ພິເສດໃນວັນທີ 20 ພຶດສະພາ ຈະດຳເນີນການພົບປະແລກປ່ຽນລະຫວ່າງບັນດາກຸ່ມນັກຮຽນນັກສຶກສາເພື່ອຄຳນັບຮັບຕ້ອນຜົນສຳເລັດຂອງຊີເກນ 31 ແລະ ບັນດານັກກິລາປິງປອງຊາວ ຫ໋າຍເຢືອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top