• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາທະເລແລະໝູ່ເກາະຫວຽດນາມ: ຮ່ວມແຮງຮ່ວມໃຈປົກປັກຮັກສາສີຂຽວຂອງທະເລ

      ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈປົກປັກຮັກສາສີຂຽວຂອງທະເລ”, ຕອນເຊົ້າວັນທີ 01 ມິຖຸນາ, ຢູ່ນະຄອນ ເກີມຝາ, ແຂວງກວາງນິງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງກວາງນິງ ປຸກລະດົມສັບປະດາທະເລ ແລະ ໝູ່ເກາະຫວຽດນາມ, ການເຄື່ອນໄຫວຕອບສະໜອງວັນມະຫາສະມຸດໂລກ.
(ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີ່ນຮົ່ງຮ່າ)
      ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີ່ນຮົ່ງຮ່າ ສະເໜີໃຫ້ 28 ແຂວງ, ນະຄອນທີ່ມີທະເລຂຶ້ນກັບສູນກາງ, ບັນດາທ້ອງຖິ່ນອື່ນໆໃນທົ່ວປະເທດ ຈົ່ງຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມປົກປັກຮັກສາສິ່ງແວດລ້ອມ, ຮັກສາສີຂຽວຂອງທະເລ. ຢຶດໝັ້ນເດີນຕາມຫຼັກໝັ້ນລວມອາຊຽນ ກ່ຽວກັບເລື່ອງຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ການບິນ; ແກ້ໄຂບັນດາບັນຫາທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ… ທ່ານລັດຖະມົນຕີ ເຈີ່ນຮົ່ງຮ່າ, ກ່າວວ່າ.
      “ຫວຽດນາມ ຈະກາຍເປັນປະເທດນຳໜ້າຊຸກຍູ້ບັນດາຂໍ້ລິເລີ່ມ, ຂໍ້ຕົກລົງຮ່ວມມືສາກົນ ແລະ ເຂົ້າຮ່ວມການແກ້ໄຂບັນດາບັນຫາຂີ້ເຫຍື່ອທີ່ເປັນຢາງຢູ່ມະຫາສະມຸດ, ບັນເຂດທະເລຢູ່ພາກພື້ນອາຊີ ແລະ ມະຫາສະມຸດໃຫ້ເປັນຢ່າງດີ. ພວກເຮົາຈະມີບັນດຮູບແບບຢ່າງລະອຽດເພື່ອຜະລິດ ແລະ ຈຳໜ່າຍແບບຍືນຍົງ ເພື່ອແກ້ໄຂບັນຫາຂີ້ເຫຍື່ອເປັນຢາງ”.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

Top