• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັບປະດາຂັ້ນສູງ APEC 2017 ໄດ້ຮັບການກະກຽມເປັນຢ່າງດີ

      ຕອນເຊົ້າວັນທີ 20 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ APEC 2017 

ກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການແຫ່ງຊາດ APEC 2017
      ເປັນປະທານກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການແຫ່ງຊາດ APEC 2017 ເພື່ອແນໃສ່ຕີລາຄາວຽກງານໃນໄລຍະຜ່ານມາ ແລະ ວຽກງານກະກຽມໃຫ້ສັບປະດາຂັ້ນສູງ APEC 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ໃຫ້ຮູ້ວ່າ:
        “ພວກເຮົາໄດ້ສຳເລັດ ¾ ວຽກງານຂອງ APEC 2017, ມີ 6 ກອງປະຊຸມຂັ້ນລັດຖະມົນຕີ, 3 ກອງປະຊຸມ SOM. ມາຮອດປະຈຸບັນ ກ່ຽວກັບເນື້ອໃນເອກະສານ ອາດເວົ້າໄດ້ວ່າ ບັນດາກອງປະຊຸມໄດ້ຈັດຕັ້ງໃນ 9 ເດືອນຜ່ານມາ ສາມາດບັນລຸໄດ້ຈຳນວນບັນດາເອກະສານກອງປະຊຸມຂັ້ນລັດຖະມົນຕີຮັບຮອງເອົາ. ກອງປະຊຸມ SOM ກໍ່ໄດ້ສະເໜີບັນດາບັນຫາເພື່ອປຶກສາຫາລື, ເປັນປະຖົມປັດໃຈສຳຄັນໃຫ້ກອງປະຊຸມຂັ້ນສູງໃນເດືອນ ພະຈິກ ຈະມາເຖິງຢູ່ ດາໜັງ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top