• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນ​ຍາ RCEP ຄາດ​ວ່າ​ຍັງ​ຄົງ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ປີນີ້

ໃນບົດກ່າວປາໄສສະບັບໜຶ່ງໃນວັນທີ 3 ພຶດສະພາ, ທ່ານ Chan Chun Sing ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ໄດ້ຢັ້ງຢືນວ່າ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຍັງຄົງຢູ່ໃນໄລຍະເຊິ່ງຄາດວ່າຈະໄດ້ຮັບການລົງນາມໃນທ້າຍປີນີ້. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບສັນຍາ RCEP (ພາບ: TTXVN)

ຕາມທ່ານ Chan Chun Sing ແລ້ວ, ບັນດາຝ່າຍເຂົ້າຮ່ວມການເຈລະຈາທັງໝົດລ້ວນແຕ່ເຫັນດີເປັນເອກະພາບວ່າ ການລົງນາມໃນ RCEP ໃນປີ 2020 ແມ່ນສຳຄັນທີ່ສຸດເພື່ອແນໃສ່ປັບປຸງ ແລະ ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈຕໍ່ພື້ນຖານເສດຖະກິດທົ່ວໂລກ ກໍ່ຄືເສດຖະກິດໃນພາກພື້ນ, ພິເສດແມ່ນໃນສະພາບການປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດຄືໃນປັດຈຸບັນ.

ທ່ານ Chan Chun Sing ກໍ່ໃຫ້ຮູ້ວ່າ ບັນດາການປຶກສາຫາລື, ກອງປະຊຸມວິຊາການຕາມຮູບແບບອອນລາຍຂອງບັນດາຝ່າຍເຂົ້າຮ່ວມການເຈລະຈາ RCEP ໄດ້ ແລະ ພວມໄດ້ຮັບການດຳເນີນ, ພ້ອມທັງທ່ານກໍ່ໃຫ້ຮູ້ວ່າບໍ່ມີສັນຍານຮ້າຍແຮງທີ່ສະແດງໃຫ້ເຫັນຄວາມຊັກຊ້າ ຫຼືຕ້ອງໂຈະການລົງນາມໃນຂໍ້ຕົກລົງດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top