• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ EVFTA ກາລະໂອກາດທີ່ດີ ໃຫ້ແກ່ການພັດທະນາຂະແໜງກະສິກຳ

      ເລື່ອງລັດຖະສະພາເອີລົບໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ ສະຫະພາບ ເອີລົບ (EVFTA) ໄດ້ນຳຫວຽດນາມກາຍເປັນປະເທດພວມພັດທະນາທຳອິດ ຢູ່ ພາກພື້າ ອາຊີ - ປາຊີຟິກ ມີການພົວພັນການຄ້າເສລີກັບ EU. 

ສັນຍາ EVFTA ກາລະໂອກາດທີ່ດີ ໃຫ້ແກ່ການພັດທະນາຂະແໜງກະສິກຳ
      ທ່ານ ຫງວຽນໂດແອັງຕວນ, ຫົວໜ້າກົມຮ່ວມມືສາກົນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຕີລາຄາວ່າ EU ແມ່ນຕະຫຼາດໃຫຍ່ ດ້ວຍ GDP ຢືນຢູ່ອັນດັບທີ 4 ໃນໂລກ ແລະ ທຸກໆປີ ການນຳເຂົ້າຜະລິດຕະພັນກະເສດແມ່ນປະມານ 150 ຕື້ USD. ປັດຈຸບັນ, ຂະແໜງກະສິກຳ ຫວຽດນາມ ສົ່ງອອກທົ່ວໂລກຫາກໍ່ບັນລຸໄດ້ກ່ວາ 40 ຕື້ USD, ສົ່ງອອກໄປຍັງ EU ຫາກໍ່ບັນລຸໄດ້ປະມານ ກ່ວາ 5 ຕື້ USD. ພາຍຫຼັງ EVFTA ມີຜົນສັກສິດ, EU ແມ່ນກໍລະນີທຳອິດທີ່ຫຼຸດອັດຕາພາສີໃຫ້ແກ່ສິນຄ້າປຸງແຕ່ງຜະລິດຕະພັນກະເສດຂອງ ຫວຽດນາມ. ສິ່ງນີ້ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງ ຍ້ອນວ່າ ໃນເວລານັ້ນ, ກາລະໂອກາດໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງອອກໄປຍັງ EU ຈະມີລາຄາສາມາດແກ້ງແຍ້ງດີກ່ວາເກົ່າ. ທ່ານກ່າວວ່າ:
        ລາຍຮັບໄລ່ສະເລ່ຍຂອງ ຊາວ EU ແມ່ນຢູ່ໃນລະດັບທີ່ມີລາຍຮັບສູງ ດັ່ງນັ້ນ, ເຂົາເຈົ້າຈະຊື້ສິນຄ້າປະເພດທີ່ມີລາຄາສູງກ່ວາ, ຄຸນນະພາບ ແລະ ມາດຕະຖານສູງກ່ວາ. ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ຂະແໜງກະສິກຳ ຫວຽດນາມ ຫັນປ່ຽນ ບໍ່ພຽງແຕ່ທາງດ້ານຈຳນວນເທົ່ານັ້ນ ຫາກຍັງສຳຄັນກ່ວາອີກແມ່ນທາງດ້ານຄຸນນະພາບເພື່ອປະຕິບັດຢ່າງຖືກຕ້ອງຕາມທິດທາງສ້າງໂຄງປະກອບກະສິກຳຄືນໃໝ່, ມຸ່ງໄປເຖິງພື້ນຖານກະສິກຳເຊິ່ງມີມຸນຄ່າ ແລະ ຄຸນນະພາບ ສູງກ່ວາ, ມີຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ມະນຸດກ່ວາອີກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top