• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສັນຍາ CPTPP, EVFTA - ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ

ຕອນເຊົ້າວັນທີ 18 ກໍລະກົດ, ສະຫະສະມາຄົມຕຳແຜ່ນຕັດຫຍິບຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ ສັນຍາ CPTPP, EVFTA – ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ”

ກອງປະຊຸມສຳມະນາ “ ສັນຍາ CPTPP, EVFTA – ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ”
ຕອນເຊົ້າວັນທີ 18 ກໍລະກົດ, ສະຫະສະມາຄົມຕຳແຜ່ນຕັດຫຍິບຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ “ ສັນຍາ CPTPP, EVFTA – ບັນດາຜົນກະທົບທີ່ມີຕໍ່ຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ”. ຕາມບັນດາຜູ້ຊ່ຽວຊານແລ້ວ, ກາລະໂອກາດສຳລັບຂະແໜງຕຳແຜ່ນຕັດຫຍິບຫວຽດນາມ ຂະນະທີ່ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ CPTPP ແລະ ສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ EVFTA ມີຜົນສັກສິດ ແມ່ນໃຫຍ່ຫຼວງທີ່ສຸດ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອຊົມໃຊ້ຜົນປະໂຫຍດຈາກສັນຍາ CPTPP ນັ້ນ, ຄວາມຫຍຸ້ງຍາກທີ່ວິສາຫະກິດຕຳແຜ່ນຕັດຫຍິບຫວຽດນາມຕ້ອງຜ່ານຜ່າ ແມ່ນບໍ່ໜ້ອຍ. ທ່ານ ວູ້ດຶກຢາງ, ປະທານ ສະຫະສະມາຄົມຕຳແຜ່ນຕັດຫຍິບຫວຽດນາມ ໃຫ້ຮູ້ວ່າ : “ ມີ 5 ປັດໄຈທີ່ປະຊາຄົມວິສາຫະກິດຕ້ອງຮັບຮູ້. ທີ່ 1 ແມ່ນຕ້ອງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ຖ້າຫາກ ປະຊາຄົມວິສາຫະກິດບໍ່ເອົາໃຈໃສ່, ພວກເຮົາເພີກເສີຍນັ້ນ, ຈະບໍ່ມີແຫຼ່ງກຳລັງພຽງພໍເພື່ອເຄື່ອນໄຫວໄດ້. ບັນຫາທີ 2 ທີ່ສຳຄັນທີ່ສຸດ, ນັ້ນແມ່ນການຫັນປ່ຽນການຜະລິດ, ພວກເຮົາຕ້ອງເຮັດຈາກຂອດອອກແບບ, ວັດສະດຸຢູ່ພາຍໃນປະເທດ, ຈຶ່ງສາມາດຮັບເອົາຜົນປະໂຫຍດຈາກສັນຍາການຄ້ານີ້. ທີ 3 ແມ່ນຕ້ອງສ້າງລະບົບຮ່ວມສຳພັນຮ່ວມມື. ບັນຫາທີ 4 ແມ່ນຜັນຂະຫຍາຍບັນດາໂຄງການລົງທຶນຢ່າງມີປະສິດທິຜົນ.  ທີ 5 ແມ່ນຕ້ອງລົງທຶນທາງດ້ານເຕັກໂນໂລຊີ   ”
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

ຕອນບ່າຍວັນທີ 7 ທັນວາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານ ສະພາບໍລິຫານເຂດທົ່ງພຽງແມ່ນ້ຳແດງ, ປະທານກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ ກ່ຽວກັບການວາງແຜນຜັງເຂດໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050.

Top