• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີ​ມ​ສະຫຼອງວັນ​ຊາດ ອາ​ເມ​ລິ​ກາ: ຫວຽດ​ນາມ - ອາ​ເມ​ລິ​ກາ ຍາມ​ໃດ​ກໍ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແບບ​ຍືນ​ຍົງ

ໃນການພົວພັນກັບ ຫວຽດນາມ, 27 ປີ ນັບແຕ່ວັນສ້າງຕັ້ງສາຍພົວພັນເປັນປົກກະຕິ, ສ້າງສາຍພົວພັນທາງການທູດ (1995 – 2022), ການພົວພັນລະຫວ່າງສອງປະເທດໄດ້ພັດທະນານາຢ່າງກະໂດດຂັ້ນ, ກາຍເປັນສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ນັບມື້ນັບເລິກເຊິ່ງ, ອັນໄດ້ສະແດງອອກຜ່ານຫຼາຍຂົງເຂດ.
  ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: Hoang Long)  

 ວັນທີ 4 ກໍລະກົດ, ປະເທດ ອາເມລິກາ ສະເຫຼີມສະຫຼອງວັນສະຖາປະນາປະເທດ ຄົບຮອບ 246 ປີ (ວັນທີ 4 ກໍລະກົດ 1776 – 4 ກໍລະກົດ 2022). ພາຍຫຼັງ 246 ປີ, ອາເມລິກາ ນັບມື້ນັບຍິ່ງສະແດງໃຫ້ເຫັນກຳລັງແຮງດ້ານການຕ່າງປະເທດ ແລະ ທີ່ຕັ້ງບົດບາດນຳພາທົ່ວໂລກ. ໃນການພົວພັນກັບ ຫວຽດນາມ, 27 ປີ ນັບແຕ່ວັນສ້າງຕັ້ງສາຍພົວພັນເປັນປົກກະຕິ, ສ້າງສາຍພົວພັນທາງການທູດ (1995 – 2022), ການພົວພັນລະຫວ່າງສອງປະເທດໄດ້ພັດທະນານາຢ່າງກະໂດດຂັ້ນ, ກາຍເປັນສາຍພົວພັນຄູ່ຮ່ວມມືຮອບດ້ານທີ່ນັບມື້ນັບເລິກເຊິ່ງ, ອັນໄດ້ສະແດງອອກຜ່ານຫຼາຍຂົງເຂດ. ຫວ່າງມໍ່ໆມານີ້, ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນວ່າ:

“ສອງປະເທດພວກເຮົາມີການພົວພັນຄືປັດຈຸບັນ ແມ່ນຍ້ອນມີຄວາມມານະພະຍາຍາມສ້າງຄວາມໄວ້ເນື້ອເຊື່ອໃຈຂອງທັງສອງປະເທດໃນຕະຫຼອດໄລຍະຜ່ານມາ. ພວກຂ້າພະເຈົ້າຖືວ່າ ບຸລິມະສິດແຖວໜ້າຂອງ ອາເມລິກາ ໃນປັດຈຸບັນ ແມ່ນຍົກລະດັບການພົວພັນກັບ ຫວຽດນາມ, ຈາກການພົວພັນຄູ່ຮ່ວມມືຮອບດ້ານໃຫ້ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ໃນຕົວຈິງ, ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງປະເທດ ໄດ້ສະແດງໃຫ້ເຫັນວ່າ ພວກເຮົາ ພວມມີຄວາມຄິດ ແລະ ການກະທຳອັນດຽວກັນ. ພວກຂ້າພະເຈົ້າຈະສືບຕໍ່ແລກປ່ຽນ, ປຶກສາຫາລືກັບ ລັດຖະບານ ຫວຽດນາມ ກ່ຽວກັບບັນຫານີ້.”

ເສດ, ອາເມລິກາ ໄດ້ຖືພາກພື້ນ ອາຊີ - ປາຊີຟິກ ເປັນສຳຄັນ. ອາເມລິກາ ກໍພວມຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ ໃນວິວັດການພັດທະນາວິໄສທັດກ່ຽວກັບ ກອບເສດຖະກິດ ອິນເດຍ - ປາຊີຟິກ, ເພື່ອແນໃສ່ຍົກສູງກຳລັງແຮງ, ລັກສະນະກວມລວມ ແລະ ກຳລັງແກ້ງແຍ້ງໃຫ້ແກ່ບັນດາພື້ນຖານເສດຖະກິດ. ການພົວພັນຄູ່ຮ່ວມມືຂອງສອງປະເທດ ນັບມື້ນັບເຂັ້ມແຂງ ທັງລວງກວ້າງ ແລະ ລວງເລິກ. ໃນສະພາບການພາກພື້ນ ແລະ ສາກົນພວມມີການຜັນປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ຫວຽດນາມ ແລະ ອາເມລິກາ ພວມຢູ່ໃນຈຸດເວລາສຳຄັນ ເພື່ອມຸ່ງໄປເຖິງເປົ້າໝາຍທີ່ໃຫຍ່ກວ່າໃນອະນາຄົດ, ເພື່ອຄວາມວັດທະນາຖາວອນລວມ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top