• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມສະຫຼອງ 25 ປີ ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ - ອາ​​ເມ​ລິ​ກາ ເປັນ​ປົກກະຕິ​

ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ (12/07 /1995 – 12/07/2020), ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ແລກປ່ຽນສານອວຍພອນກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ  ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump(ພາບປະກອບ:baoquocte.vn)

 ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ໃນໄລຍະ 25 ປີຜ່ານມາ, ການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ - ອາເມລິກາ ໄດ້ຜ່່ານຜ່າຄວາມຫ່າງໄກດ້ານພູມີສາດ ແລະ ຄວາມແຕກໂຕນກັນ ເພື່ອພັດທະນາຢ່າງຕັ້ງໜ້າ ແລະ ມີສະຖຽນລະພາບ, ນໍາ ອາເມລິກາ ກາຍເປັນຄູ່ຮ່ວມມືແຖວໜ້າຂອງຫວຽດນາມໃນຫຼາຍຂົງເຂດ. ຫວຽດນາມ ເຊື່ອໝັ້ນວ່າດ້ວຍເນື້ອໃນຈິດໃຈປະອະດີດຕະການໄວ້, ຜ່ານຜ່າຄວາມແຕກໂຕນ, ເສີມຂະຫຍາຍຈຸດທີ່ຄ້າຍຄືກັນ, ມຸ່ງໄປສູ່ອະນາຄົດ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນແກ່ນ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ, ສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.

        ສ່ວນໃນຈົດໝາຍຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊີ້ແຈ້ງວ່າ, ການພັດທະນາການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດແມ່ນຄວາມສໍາເລັດທີ່ມະຫັດສະຈັນ. ການຮ່ວມມືໃນທຸກວັນນີ້ ໄດ້ສ້າງພື້ນຖານໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເອື້ອອໍານວຍໃຫ້ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ໂດຍໄດ້ພິສູດໃຫ້ເຫັນໃນການພົວພັນດ້ານການຄ້ານັບມື້ນັບເພີ່ມຂຶ້ນ, ການເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ, ການຮ່ວມມືຍຸດທະສາດ, ພ້ອມກັນແກ້ໄຂບັນດາບັນຫາມະນຸດສະທໍາ ແລະ ຜົນຕາມມາພາຍຫຼັງສົງຄາມ. ອາເມລິກາ ຮັກສາຄໍາໝັ້ນສັນຍາ ເພີ່ມທະວີ ແລະ ເປີດກວ້າງການພົວພັນລະຫວ່າງສອງປະເທດກວ່າອີກ ບົນພື້ນຖານວິໄສທັດແບ່ງປັນກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ວັດທະນາຖາວອນ ກໍຄືເຄົາລົບອະທິປະໄຕຂອງກັນ ແລະ ລະບຽບກົດໝາຍ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ແລກປ່ຽນສານອວຍພອນກັບ ປະທານາທິບໍດີ ອາເມລິກາ Donald Trump; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລກປ່ຽນສານອວຍພອນກັບ ທ່ານປະທານສະພາສູງ Michael Pence ແລະ ທ່ານນາງປະທານສະພາຕໍ່າ Nancy Pelosi.

        ແລະໃນຕອນບ່າຍວັນທີ 10 ກໍລະກົດ (ຕາມເວລາທ້ອງຖິ່ນ) ຢູ່ສໍານັກງານກະຊວງການຕ່າງປະເທດ ອາເມລິກາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ອາເມລິກາ ຮ່າກິມງອັກ ໄດ້ເຂົ້າຮ່ວມງານພົບປະ ສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ ໂດຍທ່ານ David Stilwell ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ເປັນປະທານ. ນະທີ່ນີ້, ສອງທ່ານໄດ້ເປັນສັກຂີພິຍານການລົງນາມໃນໃຫ້ຄໍາໝັ້ນສັນຍາ ຈະເຊັນຂໍ້ຕົກລົງຜັນຂະຫຍາຍໂຄງການສັນຕິພາບ.

(ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top