• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ ມະ​ຕິ​ຊົມ​ເຊີຍສັນ​ຍາ​ກ່ຽວ​ກັບ​ທະ​ເລ​

ດ້ວຍການສະໜັບສະໜູນຂອງ 150/193 ປະເທດສະມາຊິກ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິຊົມເຊີຍສັນຍາອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນຢູ່ເຂດນອກສິດອຳນາດສານແຫ່ງຊາດແບບຍືນຍົງ (ຫຼືຍັງເອີ້ນວ່າ ສັນຍາ BBNJ, ຫຼື ສັນຍາກ່ຽວກັບທະເລໃຫຍ່).
ກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິຊົມເຊີມສັນຍາ BBNJ (ພາບ:VOV)

ຢູ່ກອງປະຊຸມໃນວັນທີ 1 ສິງຫາ. ຢູ່ນິວຢອກ (ອາເມລິກາ), ສະມັດຊາໃຫຍ່ ສປຊ ຊົມເຊີຍເລື່ອງຮັບຮອງເອົາສັນຍາ BBNJ ຢ່າງເປັນທາງການ, ສ້າງຂີດໝາຍສິ້ນສຸດວິວັດການເຈລະຈາທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ສັບສົນແກ່ຍາວເກືອບ 20 ປີຜ່ານມາ. ຕາມນັ້ນແລ້ວ, ສະມັດຊາໃຫຍ່ ສປຊ ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີແນະກ່ຽວກັບວຽກງານຈັດຕັ້ງ, ງົບປະມານ ເພື່ອແນໃສ່ຮັບປະກັນໃຫ້ສັນຍາໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະ ກຳນົດວັນເວລາລົງນາມສັນຍາສະບັບດັ່ງກ່າວໃນວັນທີ 20 ກັນຍາ ຈະມາເຖິງ. ສະມັດຊາໃຫຍ່ ສປຊ ກໍຮຽກຮ້ອງໃຫ້ບັນດາປະເທດ, ບັນດາອົງການຈັດຕັ້ງເສດຖະກິດຂອງພາກພື້ນ ພິຈາລະນາລົງນາມ, ໃຫ້ສັດຕະຍາບັນເພື່ອໃຫ້ສັນຍາສະບັບດັ່ງກ່າວມີຜົນສັກສິດໂດຍໄວ; ພ້ອມ

ສັນຍາສະບັບດັ່ງກ່າວເປີດເຊັນໃນຮອບເວລາ 2 ປີ ນັບແຕ່ວັນທີ 20 ກັນຍາ 2023 ຢູ່ ສຳນັກງານ ສປຊ, ຢູ່ນິວຢອກ ແລະ ຈະມີຜົນສັກສິດ 120 ວັນ ພາຍຫຼັງທີມີ 60 ປະເທດເຂົ້າຮ່ວມ ຫຼື ໃຫ້ສັດຕະຍາບັນ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top