• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​​ຮ່ວມ​ມື​

ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ.

ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ. 

    

ຫົວໜ້າກຳມາທິການການຕ່າງປະເທດ 3 ທ່ານ ໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ກະກຽມກອງປະຊຸມຄັ້ງທຳອິດລະຫວ່າງສະພາແຫ່ງຊາດ 3 ປະເທດ  (ພາບ:TTXVN)

ກອງປະຊຸມແມ່ນການເຄື່ອນໄຫວຮ່ວມມືທຳອິດ ລະຫວ່າງ ສາມກຳມາທິການການຕ່າງປະເທດ ຂອງ ສະພາແຫ່ງຊາດ 3 ປະເທດ ກຳປູເຈຍ, ລາວ, ຫວຽດນາມ ເພື່ອກະກຽມໃຫ້ແກ່ກອງປະຊຸມຂັ້ນປະທານສະພາແຫ່ງຊາດລະຫວ່າງ 3 ປະເທດ ກຳປູເຈຍ, ລາວ ແລະ ຫວຽດນາມ (CLV) ເຊິ່ງຄາດວ່າຈະຈັດຂຶ້ນໃນປີ 2023.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງຂັ້ນຕອນ ລະບຽບການຈັດກອງປະຊຸມຂັ້ນປະທານສະພາແຫ່ງຊາດ ກຳປູເຈຍ, ລາວ, ຫວຽດນາມ ເພື່ອເພີ່ມທະວີ ແລະ ປັບປຸງການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບຍືນຍົງ ແລະ ການຮ່ວມມືທີ່ດີງາມ ລະຫວ່າງ 3 ປະເທດ, ແນໃສ່ພັດທະນາເສດຖະກິດ - ສັງຄົມ ເພື່ອວັດທະນາຖາວອນຂອງບັນດາປະເທດ; ຊຸກຍູ້ ແລະ ຕິດຕາມກວດກາການປະຕິບັດຂໍ້ຕົກລົງ, ແຜນການດຳເນີນງານ ແລະ ໂຄງການຮ່ວມມືຕ່າງໆທີ່ລັດຖະບານ 3 ປະເທດ ໄດ້ອະນຸມັດຜ່ານ; ເພີ່ມທະວີການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານ, ບົດຮຽນປະສົບການ, ພຶດຕິກຳຕົວຈິງກ່ຽວກັບບົດບາດ ແລະ ໜ້າທີ່ນິຕິບັນຍັດຂອງສະພາແຫ່ງຊາດ 3 ປະເທດ; ລະດົມແຫຼ່ງທຶນ ແລະ ຈັດແບ່ງງົບປະມານຈາກຄູ່ຮ່ວມມື ທີ່ຢູ່ພາຍໃນ ແລະ ນອກຂົງເຂດຂອງສາມປະເທດ ກຳປູເຈຍ, ລາວ, ຫວຽດນາມ ເພື່ອປະຕິບັດບັນດາລາຍການ ແລະ ໂຄງການໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ, ລາວ, ຫວຽດນາມ…

        ຫົວໜ້າກຳມາທິການການຕ່າງປະເທດ 3 ທ່ານ ໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ກະກຽມກອງປະຊຸມຄັ້ງທຳອິດລະຫວ່າງສະພາແຫ່ງຊາດ 3 ປະເທດ ໂດຍປະທານສະພາແຫ່ງຊາດຂອງສາມປະເທດເປັນປະທານຮ່ວມໃຫ້ເປັນຢ່າງດີ; ຮັບປະກັນເນື້ອໃນໃຫ້ແທດຈິງ, ມີປະສິດທິຜົນ, ຕິດແທດກັບຈຸດໃຈກາງຂອງເນື້ອໃນການຮ່ວມມືລະຫວ່າງສາມປະເທດ, ສາມສະພາແຫ່ງຊາດ.

ແຫຼ່ງຄັດຈາກ VOV

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top