• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ)

ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).
ສະພາແຫ່ງຊາດ ຫວຽດນາມ ສະຫງວນເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວລາໝົດມື້ເພື່ອປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ).

ໂດຍພື້ນຖານແລ້ວ, ຮ່າງກົດໝາຍໄດ້ຮັບການດັດປັບ, ເພີ່ມເຕີມ ແລະ ນັບມື້ນັບສ້າງໃຫ້ສົມບູນແບບກວ່າ, ບັນດາເນື້ອໃນຍາກ, ໃໝ່, ສັບສົນ ພວມໄດ້ຮັບການກຳນົດຢ່າງລະອຽດເທື່ອລະກ້າວ. ສະມາຊິກສະພາແຫ່ງຊາດບາງທ່ານ ຫວັງວ່າ ບັນດານະໂຍບາຍຂອງກົດໝາຍວ່າດ້ວຍທີ່ດິນ ຈະເປັນປະຖົມປັດໄຈ ເພື່ອແກ້ໄຂບັນດາບັນຫາກ່ຽວກັບທີ່ດິນ ສຳລັບຊາວເຜົ່າສ່ວນໜ້ອຍ.    

ບົນພື້ນຖານການຮັບເອົາຄຳເຫັນປະກອບ, ອະພິປາຍຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະລາຍງານ, ຂໍຄຳເຫັນຂອງສະພາແຫ່ງຊາດກ່ຽວກັບວິທີການພິຈາລະນາ, ຮັບຮອງເອົາຮ່າງກົດໝາຍສະບັບນີ້ ບົນເນື້ອໃນຈິດໃຈ ຮັບປະກັນຄຸນນະພາບຂອງຮ່າງກົດໝາຍ, ຕອບສະໜອງຄຳຮຽກຮ້ອງຕ້ອງການໃນຕົວຈິງ ແລະ ຄວາມເປັນໄປໄດ້.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ຫວຽດ​ນາມ, ໂອ​ຕາ​ລິດ ຊຸກ​ຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ AI ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ

ທ້າຍ​ອາ​ທິດ​ຜ່ານ​ມາ, ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ແຫ່ງ​ຊາດ (NCA) ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ອຸດ​ສາ​ຫະ​ກຳ ໂອ​ຕາ​ລິດ (AIT) ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ຂໍ້​ມູນ ແລະ ປັນ​ຍາ​ປະ​ດິດ (AI).

Top