• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ກົດ​ໝາຍຫຼາຍ​ສະ​ບັບ​ທີ່​ສຳ​ຄັນ

ຕອນເຊົ້າວັນທີ 29 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄົບຄະນະ, ຮັບຟັງ: ໃບສະເໜີ ແລະ ບົດລາຍງານການກວດກາຢັ້ງຢືນຮ່າງກົດໝາຍຫຼາຍສະບັບ.
ກອງປະຊຸມສະພາແຫ່ງຊາດ ຕອນເຊົ້າວັນທີ 28 ຕຸລາ (ພາບ: quochoi.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 29 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄົບຄະນະ, ຮັບຟັງ: ໃບສະເໜີ ແລະ ບົດລາຍງານການກວດກາຢັ້ງຢືນຮ່າງກົດໝາຍວ່າດ້ວຍການລົງທຶນພາກລັດ ແລະ ເອກະຊົນ (ສະບັບປັບປຸງ); ຮ່າງກົດໝາຍ ປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຫຼັກຊັບ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍການກວດສອບບັນຊີເອກະລາດ, ກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ຊັບສິນຂອງລັດ, ກົດໝາຍວ່າດ້ວຍການຄຸ້ມຄອງພາສີອາກອນ ແລະ ກົດໝາຍວ່າດ້ວຍການສະສົມແຫ່ງລັດ; ບົດລາຍງານອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ); ຫຼັງຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top